ບົດອອກຂ່າວ

ສປປ ລາວ ໄດ້ຮັບການຊ່ວຍເຫຼືອເພີ່ມຂຶ້ນຈາກ ທະນາຄານໂລກ ເພື່ອແກ້ໄຂຄວາມທຸກຍາກ

14 ກ.ລ. 2011



ນະຄອນຫຼວງ, ກໍລະກົດ 14, 2011 – ທ່ານລັດຖະມົນຕີ ຊ່ວຍວ່າການກະຊວງການເງິນ, ພະນະທ່ານ ນາງ ດຣ ວຽງທອງ ສີພັນດອນ, ແລະ ຜູ້ອໍານວຍການທະນາຄານໂລກ ປະຈໍາ ສປປ ລາວ,  ທ່ານ ນາງ ແອນເນັດ ດິກຊັນ, ໄດ້ຮ່ວມ ລົງນາມເຊັນສັນຍາຊ່ວຍເຫຼືອລ້າ3 ສະບັບ ລວມເປັນມູນຄ່າ 65 ລ້ານໂດລາສະຫະລັດ ເພື່ອສືບຕໍ່ ສະໜັບ ສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດ ການຫຼຸດຜ່ອນຄວາມທຸກຍາກ ຂອງລັດຖະບານ ຢ່າງມີປະສິດທິຜົນ.

ສັນຍາຊ່ວຍເຫຼືອລ້າດັ່ງກ່າວທີ່ຈະໄດ້ລົງນາມໃໝ່ມີຄື:

  • ການຊ່ວຍເຫຼືອລ້າຜ່ານ ແຜນງານສະໜັບສະໜຸນການຫຼຸດຜ່ອນຄວາມທຸກຍາກ 7 ຈໍານວນ 10 ລ້ານໂດລາ ສະຫະລັດ ເຊິ່ງມີຈຸດປະສົງໃນການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດໃຫ້ຍືນຍົງ ດ້ວຍການປັບປຸງ ບັນຍາກາດການລົງທຶນ ແລະ ອຳນວຍຄວາມສະດວກດ້ານການຄ້າ ແລະ ການຄຸ້ມຄອງຊັບພະຍາກອນ ທຳມະຊາດ;
  • ການຊ່ວຍເຫຼືອລ້າຈາກສະມາຄົມເພື່ອການພັດທະນາສາກົນ (International Development Association) ສຳລັບ ໂຄງການຫຼຸດຜ່ອນຄວາມທຸກຍາກ ໄລຍະ 2 ຈຳນວນ 25 ລ້ານໂດລາສະຫະລັດ ເຊິ່ງ ມີຈຸດປະສົງເພື່ອຫຼຸດຜ່ອນຄວາມທຸກຍາກໃນເຂດຫ່າງໄກ ໃນ ສປປ ລາວ. ການຈັດຕັ້ງປະຕິບັດໂຄງການ ດັ່ງກ່າວໃນໄລຍະ 2 ນີ້ ຄາດວ່າຈະສາມາດສະໜອງຄວາມຊ່ວຍເຫຼືອໃຫ້ແກ່ 2.500 ບ້ານ ໃນ 38 ເມືອງ ໃນ 10 ແຂວງ.
  • ກອງທືນເລັ່ງລັດເພື່ອສະໜອງຊັບພະຍາກອນໃຫ້ ແຜນງານການສຶກສາເພື່ອໝົດທຸກຄົນ - ຈຳນວນ 20.26 ລ້ານໂດລາອົດສະຕາລີ  ທີ່ໄດ້ເປີດຕົວໃນເດືອນ ມິຖຸນາ 2011 ທີ່ນະຄອນຫຼວງວຽງຈັນ ໂດຍລັດຖະມົນຕີ ກະຊວງສຶກສາ ພະນະທ່ານ ດຣ. ພັນຄຳ ວິພາວັນ. ແຜນງານດັ່ງກ່າວແມ່ນອົງປະກອບໜື່ງ ຂອງແຜນງານ ໃຫຍ່ທີ່ ປະເທດອົດສະຕາລີໄດ້ສະໜອງທຶນຈຳນວນ 21 ລ້ານໂດລາອົດສະຕາລີ ຜ່ານທະນາຄານໂລກ ເພື່ອສະໜັບ ສະໜຸນການຈັດຕັ້ງປະຕິບັດແຜນງານລິເລີ່ມດັ່ງກ່າວ ເຊິ່ງ ທະນາຄານໂລກກໍ່ປະກອບສ່ວນ ຈຳນວນ 15,5 ລ້ານໂດລາສະຫະລັດ ແລະ 30 ລ້ານໂດລາສະຫະລັດ ຈາກກອງທືນເລັ່ງລັດ.    

ພະນະທ່ານ ນາງ ດຣ ວຽງທອງ ສີພັນດອນ  ໄດ້ໃຫ້ຄຳເຫັນວ່າ: “ພິທີເຊັນສັນຍາໃນມື້ນີ້ແມ່ນເປັນການເນັ້ນໜັກຄຳ ໝັ້ນສັນຍາ ແລະ ການຮ່ວມມືກັນລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານໂລກ ໃນການສະໜັບ ສະໜູນ ບູລິມະສິດຂອງລັດຖະບານທີ່ໄດ້ລະບຸໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ການຊ່ວຍເຫຼືອລ້າ ໃນ 3 ແຜນງານ ດັ່ງກ່າວແມ່ນຈະປະກອບສ່ວນໃນການປັບປຸງການພັດທະນາສັງຄົມ ໂດຍຜ່ານການເສີມຂະຫຍາຍ ແລະ ປັບປຸງຄຸນນະພາບຂອງການຄຸ້ມຄອງການເງິນພາກລັດ ແລະ ກົນໄກການສະໜອງການບໍລິການພາກລັດ ໃນຂະແໜງສຶກສາ ແລະ ສາທາລະນະສຸກ ແລະ ແຜນງານຫຼຸດຜ່ອນຄວາມທຸກຍາກຢ່າງມີຈຸດສຸມ”. ທ່ານຍັງໄດ້ຮຽກ ຮ້ອງມາຍັງບັນດາພາກສ່ວນທີ່ກ່ຽວຂ້ອງໃຫ້ມີສ່ວນຮ່ວມ ແລະ ເປັນເຈົ້າການຢ່າງຫ້າວຫັນ ໃນການຈົດຕັ້ງປະຕິບັດ ບັນດາໂຄງການ.

ການຊ່ວຍເຫຼືອລ້າໃນ 3 ແຜນງານດັ່ງກ່າວແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອແບບຄົບຊຸດ ທີ່ສອດຄ່ອງ ກັບໜຶ່ງໃນ ຈຸດປະສົງຫຼັກຂອງຍຸດທະສາດການຊ່ວຍເຫຼືອຂອງທະນາຄານໂລກ ສຳລັບ ສປປ ລາວ ເຊິ່ງແນໃສ່ ການ ເຕີບໂຕໃຫ້ຍືນຍົງ ໂດຍຜ່ານການປັບປຸງການຄຸ້ມຄອງເສດຖະກິດມະຫາພາກ ແລະ ການລົງທຶນໃສ່ຊັບພະຍາກອນ ມະນຸດ ແລະ ກໍ່ຍັງແນໃສ່ ການຫຼຸດຜ່ອນຄວາມທຸກຍາກໂດຍຜ່ານການພັດທະນາທີ່ສຸມໃສ່ກຸ່ມບ້ານ ແລະ ເມືອງທີ່ທຸກ ຍາກທີ່ສຸດ. ທຶນຊ່ວຍເຫຼືອດັ່ງກ່າວຈະຊ່ວຍຮັບປະກັນໃຫ້ ປະຊາຊົນທີ່ທຸກຍາກ ແລະ ອ່ອນໄຫວຕໍ່ຄວາມສ່ຽງ ໃນ ສປປ ລາວ ໄດ້ຮັບການສຶກສາທີ່ມີຄຸນນະພາບ ແລະ ສາມາດເຂົ້າເຖິງ ແລະນຳໃຊ້ໂຄງລ່າງພື້ນຖານ ແລະ ການບໍລິການ ຊຸມຊົນຢ່າງມີຄວາມຍືນຍົງ.

ທ່ານ ນາງ ແອນເນັດ ດິກຊັນ,  ຜູ້ອໍານວຍການທະນາຄານໂລກ ປະຈໍາ ສປປ ລາວ, ໄດ້ກ່າວວ່າ “ທັງສາມ ແຜນງານດັ່ງກ່າວນີ້ ສະໜັບສະໜຸນຍຸດທະສາດບຸກທະລຸຂອງລັດຖະບານ ໂດຍສະເພາະແມ່ນໃນວຽກງານການ ພັດທະນາຊັບພະຍາກອນມະນຸດ ແລະ ແຜນງານຫຼຸດຜ່ອນຄວາມທຸກຍາກຢ່າງມີຈຸດສຸມ”.  ທ່ານຍັງໄດ້ກ່າວຕື່ມວ່າ “ການຂະຫຍາຍໂອກາດເຂົ້າເຖິງການສຶກສາ ແລະ ທີ່ສຳຄັນ ແມ່ນການປັບປຸງຄຸນນະພາບການສຶກສາ ແລະ ກິດກຳການ ພັດທະນາແບບມີສ່ວນຮ່ວມຈາກຊຸມຊົນ ສຳລັບປະຊາຊົນທີ່ດ້ອຍໂອກາດ ແລະ ທຸກຍາກນັ້ນ ແມ່ນການລົງທຶນທີ່ສຳຄັນ ສຳລັບອະນາຄົດຂອງ ສປປ ລາວ." 

ນັກຂ່າວ ກະລຸນາຕິດຕໍ່
ທີ່ ນະຄອນຫຼວງວຽງຈັນ
Meriem Gray
mgray@worldbank.org
ທີ່ Washington DC
Mohammad Al-Arief
malarief@worldbank.org


Api
Api

Welcome