ບົດອອກຂ່າວ

ປະທານທະນະຄານໂລກ, ທ່ານ ໂຣເບີດ ໂຊລິກ (Robert B. Zoellick) ໄດ້ຍ້ອງຍໍຊົມເຊີຍ ຄວາມຄືບໜ້າ ໃນ ສປປ ລາວ

25 ຕ.ລ. 2010



ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 25/10/2010 - ປະທານທະນະຄານໂລກ, ທ່ານ ໂຣເບີດ ໂຊລິກ, ໄດ້ຍ້ອງຍໍຊົມເຊີຍ ສປປ ລາວ ກ່ຽວກັບ ການຂະຫຍາຍຕົວທີ່ໜ້າເພິ່ງພໍໃຈ ທາງດ້ານເສດຖະກິດ ແລະ ຜົນສຳເລັດໃນ ການແກ້ໄຂບັນຫາຄວາມທຸກຈົນຂອງປະຊາຊົນ ແລະ ຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໂຄງການພັດທະນາຕ່າງໆ ໃນ ສປປ ລາວ.

ທ່ານ ໂຊລິກ ໄດ້ກ່າວວ່າ “ໃນໄລຍະເວລາບໍ່ເຖິງຮອດຊົ່ວຄົນໜຶ່ງ, ສະພາບຄວາມທຸກຈົນ ໃນ ສປປ ລາວ ໄດ້ຮັບການແກ້ໄຂ ຈາກຕົວເລກທີ່ກວມເອົາເກືອບເຄິ່ງໜຶ່ງ ຂອງຈຳນວນພົນລະເມືອງທັງໝົດ ຫຼຸດລົງເກືອບຮອດ ໜຶ່ງສ່ວນສີ່ ຂອງພົນລະເມືອງທັງໝົດ. ຄວາມເອົາໃຈໃສ່ຂອງລັດຖະບານລາວ ຕໍ່ກັບການພັດທະນາ ໄດ້ນຳເອົາໄຟຟ້າມາສູ່ປະຊາຊົນເກືອບໝົດຫຼັງຄາເຮືອນ, ໄດ້ນຳເອົາໂຮງຮຽນມາໃຫ້ເດັກນ້ອຍໄດ້ຮຽນ, ແລະ ມີຖະໜົນຫົນທາງໄປຮອດຫຼາຍໝູ່ບ້ານ ເຊິ່ງເມື່ອກ່ອນບໍ່ສາມາດໄປຮອດ”. ທ່ານຍັງໄດ້ກ່າວຕື່ມອີກວ່າ “ທະນະຄານໂລກ ພ້ອມແລ້ວ ຈະໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງ ຈາກຜົນງານ ແລະ ຜົນໄດ້ຮັບທີ່ຍາດມາໄດ້ນີ້”.

ຄຳເຫັນຂອງ ທ່ານ ໂຊລິກ ແມ່ນມີຂຶ້ນ ພາຍຫຼັງທີ່ໄດ້ໃຊ້ເວລາ 2 ວັນ ຢ້ຽມຢາມ ສປປ ລາວ, ແລະ ໃນລະຫວ່າງການຢ້ຽມຢາມນີ້ ທ່ານ ກໍໄດ້ເຂົ້າຄຳນັບ ບັນດາທ່ານຜູ້ນຳພັກ-ລັດ ເຊັ່ນ: ພະນະທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ເສດຖະກິດຂອງ ສປປ ລາວ ໄດ້ຂະຫຍາຍຕົວ ຢູ່ໃນລະດັບສະເລ່ຍ 6.4% ໃນຊ້ວງເວລາ 10 ປີ ຜ່ານມານີ້ ແລະ ຈຳນວນຄົນທຸກຈົນຫຼຸດລົງ ຈາກ 46% ໃນປີ 1993 ລົງຮອດ 27% ໃນປີ 2008.

ໃນການມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດນີ້ ໃນຖານະເປັນປະທານທະນະຄານໂລກ, ທ່ານ ໂຊລິກ ຍັງໄດ້ໄປຢ້ຽມຢາມ ໂຄງການເຂື່ອນໄຟຟ້ານ້ຳເທີນ 2, ເຊິ່ງເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອ ຈາກທະນະຄານໂລກ ໃນການສ້າງເຂື່ອນດັ່ງກ່າວ ແລະ ມີທີຕັ້ງຫ່າງຈາກນະຄອນຫຼວງວຽງຈັນ ໄປທາງພາກໃຕ້ ປະມານ 400 ກິໂລແມັດ.

“ໂຄງການນ້ຳເທີນ 2 ແມ່ນການປ່ຽນແປງອັນໃໝ່ຂອງ ສປປ ລາວ ແລະ ໂຄງການນີ້ ກຳລັງນຳເອົາຜົນປະໂຫຍດທາງດ້ານການພັດທະນາ ມາໃຫ້ແກ່ປະຊາຊົນຜູ້ທຸກຈົນ ເພາະວ່າ ມີທຶນຮອນໃຊ້ເຂົ້າໃນການຊື້ປຶ້ມແບບ ຮຽນໃຫ້ເດັກນ້ອຍ, ມີຖະໜົນຫົນທາງ ຕິດຕໍ່ກັບໝູ່ບ້ານທີ່ຢູ່ເຂດຮ່າງໄກສອກຫຼີກ ທີ່ຈະສາມາດເຂົ້າຫາຕະຫຼາດໄດ້ ແລະ ເຮັດໃຫ້ເຂົາເຈົ້າມີຄວາມສຸກໃນຄອບຄົວ”, ຄໍາເຫັນຂອງ ທ່ານໂຊລິກ. “ໂຄງການນ້ຳເທີນ 2 ຍັງຊ່ວຍໃຫ້ ສປປ ລາວ ສາມາດເພີ້ມງົບປະມານການໃຊ້ຈ່າຍ ເຂົ້າໃນການແກ້ໄຂບັນຫານຄວາມທຸກຈົນ ແລະ ມີໂຄງການຄຸ້ມຄອງບໍລິຫານສິ່ງແວດລ້ອມຫຼາຍຂຶ້ນ, ໃນຄະນະດຽວກັນ ກໍໄດ້ປະກອບສ່ວນອັນສຳຄັນ ໃຫ້ແກ່ການສ້າງເສດຖະກິດ”

ນັບຕັ້ງແຕ່ໄດ້ເລີ້ມຕົ້ນການຂາຍກະແສໄຟຟ້າ ໃນເດືອນ ເມສາ 2010 ເປັນຕົ້ນມາ, ລັດຖະບານ ແຫ່ງ ສປປ ລາວ ສ້າງລາຍຮັບໄດ້ປະມານ 5.6 ລ້ານໂດລາສະຫະລັດ ຈາກການຂາຍກະແສໄຟຟ້າ ທີ່ຜະລິດຈາກເຄື່ອນໄຟຟ້ານ້ຳເທີນ 2. ຈາກລາຍຮັບຈຳນວນດັ່ງກ່າວນີ້ ລັດຖະບານ ໄດ້ແບ່ງເຂົ້າໃນຂະແໜງສຶກສາ ໂດຍສະເພາະແມ່ນເຂດເມືອງທຸກຍາກ ປະມານ 2 ລ້ານໂດລາສະຫະລັດ, ແບ່ງເຂົ້າໃນການພັດທະນາຖະໜົນຢູ່ເຂດຊົນລະບົດ 1.7 ລ້ານໂດລາສະຫະລັດ, ແບ່ງໃສ່ຂະແໜງສາທາລະນະສຸກ 1 ລ້ານໂດລາສະຫະລັດ, ແລະ ສ່ວນທີ່ເຫຼືອໄດ້ແບ່ງເຂົ້າ ການພັດທະນາໄຟຟ້າຢູ່ເຂດຊົນລະບົດ ແລະ ການຮັກສາສິ່ງແວດລ້ອມ.

“ທະນະຄານໂລກ ມີຄວາມຕັ້ງໃຈສູງ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ລັດຖະບານ ສປປ ລາວ ໃນການສ້າງເຂື່ອນໄຟຟ້ານ້ຳເທີນ 2 ໃຫ້ກາຍເປັນຕົວຢ່າງທີ່ດີ ເປັນເຂື່ອນໄຟຟ້າທີ່ສາມາດສ້າງຄວາມຍືນຍົງ ທາງດ້ານສັງຄົມ ແລະ ສະພາບແວດລ້ອມ ໃນການພັດທະນາໄລຍະຍາວ. ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ລັດຖະບານ ສປປ ລາວ ໃຫ້ນຳໃຊ້ບົດຮຽນຈາກໂຄງການນ້ຳເທີນ 2 ເຊິ່ງສະແດງໃຫ້ເຫັນວ່າ ຈາກໂຄງການຂະໜາດໃຫຍ່ ສາມາດເຮັດໃຫ້ມີຜົນປະໂຫຍຢ່າງແທ້ຈິງ ເພື່ອເຮັດໃຫ້ມີທຶນຮອນ ໃນການຈັດຕັ້ງປະຕິບັດ ໂຄງການຫຼຸດຜ່ອນຄວາມທຸກຈົນ ແລະ ໂຄງການພັດທະນາອື່ນໆ”, ກ່າວໂດຍ ທ່ານ ໂຊລິກ.

ບັນດາປະຊາຊົນທີ່ດຳລົງຊີວິດຢູ່ໃກ້ກັບໂຄງການນ້ຳເທີນ 2 ກໍໄດ້ເຫັນຄວາມປ່ຽນແປງໃນຊີວິດຂອງພວກເຂົາ ຍ້ອນມີໂຄງການນີ້ຂຶ້ນມາ. ທ້າວ ໂຊກ ຄຳພາ, ເປັນຊາວນາຜູ້ໜຶ່ງໄດ້ເວົ້າວ່າ: ‘ມີການປ່ຽນແປງຫຼາຍໃນບໍເວນນີ້; ຢູ່ໃນບ້ານໃໝ່ຂອງພວກເຮົາ ກໍມີເຮືອນໃໝ່ຫຼາຍຫຼັງສ້າງຂຶ້ນ; ມີຖະໜົນຫົນທາງໄປຮອດຕະຫຼາດ ແລະ ມີໂອກາດຄ້າຂາຍໄດ້’

ທ້າວ ສຸກ ຍົມມະນີ, ເປັນຄົນຫາປາ, ໄດ້ເວົ້າວ່າ ໂຄງການເຂື່ອນໄຟຟ້ານີ້ ໄດ້ເຮັດໃຫ້ຂ້ອຍມີສິ່ງອຳນວຍຄວາມສະດວກຫຼາຍຢ່າງ. “ພວກເຮົາມີນ້ຳໃຊ້, ມີໄຟຟ້າໃຊ້, ແລະ ບໍ່ຈຳເປັນຈະໃຕ້ທຽນອີກ. ວິທີການດຳລົງຊີວິດໃນປະຈຸບັນນີ້ ກໍມີຄວາມສະດວກຂຶ້ນຫຼາຍ. ເວລາຢູ່ບ້ານເກົ່ານັ້ນ ພວກເຮົາຕ້ອງໄດ້ຍ່າງ ປະມານ 2 ກິໂລແມັດ ເພື່ອໄປຕັກນ້ຳ; ມາຮອດເວລານີ້ ມີແຕ່ຍ່າງໃກ້ໆກໍຮອດແລ້ວ”

ນອກຈາກນັ້ນ ທ່ານ ໂຊລິກ ຍັງໄດ້ຢ້ຽມຢາມປະຊາຊົນຢູ່ຕາມບ້ານຕ່າງໆ ໃນບໍລິເວນໂຄງການ ແລະ ທ່ານ ໄດ້ໄປທ່ຽວຊົມ ເຂດປ່າສະຫງວນແຫ່ງຊາດ ນ້ຳເທີນ ຂອງ ນາກາຍ, ເຊິ່ງເປັນເຂດທີ່ໃຫຍ່ທີ່ສຸດ ໃນ ສປປ ລາວ ແລະ ເປັນເຂດທີ່ມີຄວາມສຳຄັນແຫ່ງໜຶ່ງ ສຳລັບ ຊີວະນາໆພັນ ຢູ່ໃນ ອາຊີ-ຕາເວັນອອກສ່ຽງໃຕ້. ເຂດປ່າສະຫງວນແຫ່ງນີ້ ເຊິ່ງວ່າ ລັດຖະບານໄດ້ເອົາໃຈໃສ່ໃນການປົກປັກຮັກສາ ມີເນື້ອທີ່ກວາງຂວາງ ໃຫຍ່ກວ່າປະເທດ ສິງກະໂປ ເກືອບ 7 ເທົ່າ, ເຊິ່ງແມ່ນຂໍ້ສະເໜີເພື່ອອະນຸຍາດສ້າງໂຄງການນ້ຳເທີນ 2. 

ທ່ານ ໂຊລິກ ຍັງໄດ້ສະແດງຄວາມຍິນດີ ກັບລັດຖະບານ ສປປ ລາວ ເລື່ອງການປະຕິຮູບທີ່ເປັນໜ້າປະທັບໃຈ, ເຊິ່ງສາມາດຍົກໃຫ້ເຫັນໃນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 7 ເຊິ່ງວ່າ ລັດຖະບານໄດ້ມີເປົ້າໝາຍ ຈະເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກ ການເປັນປະເທດດ້ອຍພັດທະນາ ໃນປີ 2020. ທ່ານ ຍັງໄດ້ຮຽກຮ້ອງມາຍັງຜູ້ນຳພັກ-ລັດ ຂໍໃຫ້ສືບຕໍ່ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງບໍລິຫານ ຊັບພະຍາກອນທຳມະຊາດ, ສ້າງເສດຖະກິດໃຫ້ມີຫຼາກຫຼາຍວິທີການ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ທ່ານ ໂຊລິກ ໄດ້ມີໂອກາດພົບປະກັບຕົວແທນ ຂອງອົງການຈັດຕັ້ງທາງດ້ານສັງຄົມຕ່າງໆ ທີ່ເຮັດວຽກໃນການອະນຸລັກ ຊີວະນາໆພັນ ແລະ ການປົກປ້ອງສະພາບແວດລ້ອມ ຢູ່ໃນ ສປປ ລາວ. ເນື້ອໃນການໂອ້ລົມຄັ້ງນີ້ ຍັງໄດ້ຢິບຍົກເອົາບັນຫາ ຄວາມຍືນຍົງຂອງການນຳໃຊ້ ຊັບພະຍາກອນທຳມະ ຊາດ. ທ່ານ ໂຊລິກ ເດີນທາງຈາກ ສປປ ລາວ ໄປຍັງເມືອງ ນາໂກຢະ, ປະເທດຢີ່ປຸ່ນ ເຊິ່ງເປັນບ່ອນທີ່ຈະມີການປະຊຸມກັນ ເລື້ອງການປົກປັກຮັກສາຊີວະນາໆພັນ ກັບຄູ່ຮ່ວມພັດທະນາຈາກທົ່ວໂລກຫຼາຍໆອົງການ. ທ່ານ ໂຊລິກ ໄດ້ຮຽກຮ້ອງມາຍັງ ສປປ ລາວ ໃຫ້ຄວາມຮ່ວມມື ໃນການເຮັດວຽກກັບທະນະຄານໂລກ ແລະ ກັບບັນດາປະເທດຄູ່ຮ່ວມພັດທະນາອື່ນໆ ກ່ຽວກັບໂຄງການ Global Tiger Recovery Program, ເຊິ່ງຈະໄດ້ຢິບຍົກຂຶ້ນມາສົນທະນາກັນຕື່ມອີກ ໃນເວລາປະຊຸມຢູ່ເມືອງ ນະໂກຢະ. ຫ້ອງການທະນະຄານໂລກ ມີຄວາມຕັ້ງໃຈສູງ ເພື່ອຮັບປະກັນຄວາມປອດໄພ ທາງດ້ານສັງຄົມ ແລະ ສະພາບແວດລ້ອມ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆ, ແລະ ການປະສານງານ ແລະ ການພົວພັນກັນຢ່າງໃກ້ຊິດ ລະຫວ່າງ ໂຄງການຕ່າງໆ ແລະ ຫ້ອງການຂອງທະນະຄານເອງ ນີ້ແມ່ນມີຄວາມຈຳເປັນທີ່ສຸດ ໃນການເຮັດວຽກ

“ຄວາມຍືນຍົງໃນການນຳໃຊ້ ຊັບພະຍາກອນທຳມະຊາດ ແມ່ນປັດໄຈອັນສຳຄັນໃຫ້ແກ່ການຫຼຸດຜ່ອນຄວາມທຸກຈົນ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ”, ຄຳເຫັນຂອງ ທ່ານ ໂຊລິກ. “ການອະນຸລັກ ຊີວະນາໆພັນ ແລະ ພຶດພັນທຳມະຊາດ ພາໃຫ້ເກີດມີຄວາມຍືນຍົງທາງດ້ານສະພາບແວດລ້ອມ, ເຊິ່ງແມ່ນໜຶ່ງ ຂອງເປົ້າໝາຍສະຫັດສະວັດ ແລະ ກໍແມ່ນເປົ້າໝາຍອັນສຳຄັນຂອງໂຄງການຊ່ວຍເຫຼືອ ຂອງທະນະຄານໂລກ”, ທ່ານ ໄດ້ກ່າວເພີ່ມເຕີມ. 

ເພື່ອໃຫ້ເຂົ້າໃຈລະອຽດ ກ່ຽວກັບ ສະພາບການດຳເນີນທຸລະກິດໃນປະຈຸບັນ ແລະ ໂອກາດໃນການດຳເນີນທຸລະກິດ ໃນໂຄງການພັດທະນາພາກເອກະຊົນ ໃນ ສປປ ລາວ, ທ່ານ ໂຊລິກ ໄດ້ເຂົ້າຮ່ວມການແລກປ່ຽນ ຄວາມຄິດເຫັນແບບໂຕະມົນ ກັບບັນດາຕົວແທນທີ່ມາຈາກພາກເອກະຊົນ. ທ່ານ ໄດ້ຊີ້ແຈງໃຫ້ເຫັນວ່າ ວ່າງບໍ່ດົນມານີ້ ຫ້ອງການຮ່ວມມືທາງດ້ານການເງິນ (IFC) ຂອງທະນະຄານໂລກ ໄດ້ປ່ອຍເງິນກູ້ຢືມ ຈໍານວນ 15 ລ້ານໂດລາສະຫະລັດ ໃຫ້ແກ່ ບໍລິສັດໄຟຟ້າລາວ ເຊິ່ງຫ້ອງການດັ່ງກ່າວນີ້ ເປັນຜູ້ປະສານງານກັບພາກເອກະຊົນ. ການເຮັດວຽກຂອງທະນະຄານໂລກ ໃນການຊ່ວຍເຫຼືອແກ່ຜູ້ທຸກຈົນທີ່ສຸດ ກໍຄື ສະມະຄົມການພັດທະນາສາກົນ (IDA) ໄດ້ມີໂຄງການ ເພື່ອເລັງໃສ່ການສົ່ງເສີມ ເຮັດໃຫ້ປະຊາຊົນຢູ່ເຂດຊົນລະບົດ ໄດ້ມີໄຟຟ້າໃຊ້.

ການຢ້ຽມຢາມຂອງ ທ່ານ ໂຊລິກ ຄັ້ງນີ້ ແມ່ນເນື່ອງມາຈາກ ທາງທະນາຄານໂລກເອງ ກຳລັງເຮັດວຽກຮ່ວມມືຢ່າງໃກ້ຊິດ ກັບລັດຖະບານ ໃນການສ້າງແຜນຍຸດທະສາດລະດັບປະເທດ ສຳລັບ ສປປ ລາວ ໃນໄລຍະແຜນການປີ 2011-2015 ແລະ ຍັງໄດ້ປຶກສາຫາລືກັບຄູ່ຮ່ວມພັດທະນາອື່ນໆ, ຄູ່ຮ່ວມພັດທະນາຈາກພາກເອກະຊົນ, ແລະ ຈາກອົງການທາງດ້ານສັງຄົມອື່ນໆ. ແຜນຍຸດທະສາດຊຸດໃໝ່ນີ້ ຈະສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 7 ຂອງ ລັດຖະບານ ສປປ ລາວ.

ຄວາມເປັນມາ
ສປປ ລາວ ໄດ້ເປັນສະມາຊິກຂອງທະນະຄານໂລກ ໃນປີ 1961. ຕັ້ງແຕ່ນັ້ນມາ ຫ້ອງການທະນະຄານໂລກ ໄດ້ປ່ອຍເງິນອອກໃຫ້ແກ່ ສປປ ລາວ ປະມານ 1 ຕື້ໂດລາສະຫະລັດ, ໃນນັ້ນ 762 ລ້ານໂດລາສະຫະລັດ ເປັນເງິນກູ້ຢືມ ແລະ 238 ລ້ານໂດລາສະຫະລັດ ເປັນເງິນຊ່ວຍເຫຼືອລ້າ. ປະຈຸບັນນີ້ ໂຄງການຂອງທະນະຄານໂລກທີ່ໃຫ້ການຊ່ວຍເຫຼືອ ລວມມີ 21 ໂຄງການ, ລວມທັງ ການດຳເນີນການຄ້າທີ່ເປັນຈຳນວນເງິນ 1.45 ຕື້ໂດລາສະຫະລັດ ເຊິ່ງແມ່ນໂຄງການນ້ຳເທີນ 2 ນີ້ເອງ.

ນັບຕັ້ງແຕ່ ເດືອນ ເມສາ ຫາ ເດືອນ ກັນຍາ ປີ 2010, ລັດຖະບານ ສປປ ລາວ ມີລາຍຮັບປະມານ 5.6 ລ້ານໂດລາສະຫະລັດ ເຊິ່ງແມ່ນລາຍໄດ້ຈາກໂຄງການນ້ຳເທີນ 2. ທຶນດັ່ງກ່າວໄດ້ຖືກນຳໃຊ້ເຂົ້າໃນກິດຈະກຳຕ່າງໆ ເຊັ່ນ:

  • ລັດຖະບານກຳລັງສ້າງທາງຢູ່ເຂດຊົນລະບົດ ທີ່ມີຄວາມຍາວ 105 ກິໂລແມັດ ຢູ່ແຂວງສະຫວັນະເຂດ (ເມືອງນອງ), ແຂວງສາລະວັນ (ເມືອງສະໝວຍ ແລະ ເມືອງຕາໂອ້ຍ), ແລະ ແຂວງເຊກອງ (ເມືອງກະລືມ ແລະ ເມືອງລັກຈຶງ) ເພື່ອສ້າງເສັ້ນທາງຕິດຕໍ່ ໃຫ້ຊຸມຊົນທີ່ຢູ່ເຂດຮ່າງໄກສອກຫຼີກ ໄປຫາ ເສັ້ນທາງຂອງເມືອງດັ່ງກ່າວ ເພື່ອເຮັດໃຫ້ມີການຄ້າຂາຍ-ໄປມາຫາກັນສະດວກ ສຳລັບບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ
  • ຢູ່ໃນ 47 ເມືອງທຸກຍາກກວ່າໝູ່, ລາຍຮັບຈາກໂຄງການ ນ້ຳເທີນ 2 ໄດ້ແບ່ງໃຫ້ແກ່ໂຄງການໜຶ່ງ ເລື່ອງການປັບປຸງການບໍລິການສຸຂະພາບແມ່ ແລະ ເດັກ ແລະ ອຸປະກອນຜ່າຕັດຕ່າງໆ. ທຶນດັ່ງກ່າວ ໄດ້ໃຊ້ເຂົ້າໃນການຝຶກອົບຮົມພະນັກງານສາທາລະນະສຸກ, ຢາປົວພະຍາດ, ອຸປະກອນການແພດ ແລະ ການສະສົມກອງທຶນຂອງວຽກງານງານສາທາລະນະສຸກ
  • ສຳລັບຂະແໜງສຶກສາ, ລາຍໄດ້ຈາກໂຄງການນ້ຳເທີນ 2 ໄດ້ໃຊ້ຈ່າຍເຂົ້າໃນການຊື້ປື້ມແບບຮຽນ, ປື້ມຄູ່ມືຄູສອນ, ອຸປະກອນການຮຽນ-ການສອນ, ແລະ ວັດຖຸອຸປະກອນທີ່ໃຊ້ເຂົ້າໃນການກໍ່ສ້າງຫ້ອງຮຽນ ມໍ4 ທີ່ຢູ່ເມືອງທຸກຍາກ. ລາຍຈ່າຍທັງໝົດດັ່ງກ່າວນີ້ ແມ່ນໄດ້ລະບຸໄວ້ຢ່າງລະອຽດ ຢູ່ໃນຂອບພັດທະນາຂະແໜງການສຶກສາ ຂອງລັດຖະບານ ທີ່ໄດ້ປະກາດໃຊ້ເມື່ອ 2 ປີກ່ອນນີ້
  • ນອກຈາກນັ້ນ ທຶນດັ່ງກ່າວ ຍັງໄດ້ໃຊ້ເຂົ້າໃນໂຄງການຂອງລັດຖະບານ ກ່ຽວກັບ ການພັດທະນາລະບົບໄຟຟ້າຢູ່ເຂດຊົນລະບົດ ລວມມີ 15 ໝູ່ບ້ານ ຢູ່ແຂວງຈຳປາສັກ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ
ນັກຂ່າວ ກະລຸນາຕິດຕໍ່
ທີ່ ນະຄອນຫຼວງວຽງຈັນ
Meriem Gray
​ໂທລະ​ສັບ: (+856 21) 450010/11 ext.203
mgray@worldbank.org
ທີ່ ວໍຊິງຕັນ
Claudia Gabarain
​ໂທລະ​ສັບ: +1 (202) 473-8116
cgabarain@worldbank.org


Api
Api

Welcome