Learn how the World Bank Group is helping countries with COVID-19 (coronavirus). Find Out

ບົດອອກຂ່າວ

ລາຍຮັບຈາກໂຄງການໄຟຟ້ານ້ຳເທີນ 2 ໄດ້ຖືກນຳໃຊ້ເຂົ້າໃນການຊ່ວຍເຫລືອປະຊາຊົນລາວ ໂດຍສະເພາະຊຸມຊົນໃນພື້ນທີ່ໂຄງການກໍ ໄດ້ຮັບຜົນປະໂຫຍດຕ່າງໆ

15 ກໍລະກົດ 2010




ວໍຊິງຕັນ -ວັນທີ 15 ກໍລະກົດ 2010 - ບົດລາຍງານຮ່ວມປະຈຳປີເຊິ່ງລາຍງານຕໍ່ກັບຄະນະອຳນວຍການ ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ໄດ້ຊີ້ໃຫ້ເຫັນວ່າ ລາຍຮັບ ກ້ອນທຳອິດຈາກໂຄງການ ໄຟຟ້າ ນ້ຳເທີນ 2 ໄດ້ເລີ່ມໄຫລເຂົ້າ ສູ່ປະເທດລາວ ເຊິ່ງໄດ້ຖືກນຳໃຊ້ເຂົ້າໃນແຜນງານການສຶກສາ, ສາທາລະນະສຸກ, ການສ້າງຫົນທາງໃນເຂດຊົນນະບົດ ແລະ ການຂະຫຍາຍຕາໜ່າງໄຟຟ້າ ແລະ ແຜນງານດ້ານສິ່ງແວດລ້ອມ. ບົດລາຍງານດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ ແຜນງານ ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາສັງຄົມຂອງໂຄງການໃນເຂດພູພຽງນາກາຍ, ເຂດກ້ອງເຂື່ອນ ນ້ຳເທີນ ແລະ ເຊບັ້ງໄຟ, ແລະ ອ່າງໂຕ່ງນ້ຳ ຂອງນ້ຳເທີນ 2 ນັ້ນ ກຳລັງຈັດການກັບ ບັນຫາສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດຫລາຍບັນຫາ ແລະ ມີຄວາມຄືບໜ້າທີ່ດີອີກດ້ວຍ.

ການຜະລິດ ໄຟຟ້າຂາຍ ຂອງ ເຂື່ອນໄຟຟ້ານ້ຳເທີນ 2 ໄດ້ເລີ່ມຕົ້ນຂຶ້ນໃນເດືອນເມສາ, ແລະ ໃນເດືອນມິຖຸນາຜ່ານມານີ້ ປະເທດລາວກໍໄດ້ ລາຍຮັບກ້ອນທຳອິດ ເປັນເງິນຈຳນວນ 600,000 ໂດລາ ສະຫາລັດ ຈາກການຂາຍໄຟຟ້າໃຫ້ແກ່ເທດໄທ. ມີການຄາດຄະເນວ່າ ໃນ ຕອນທ້າຍຂອງເດືອນ ກັນຍາ ປີ 2010 ນີ້, ລາຍຮັບຈາກໂຄງການດັ່ງກ່າວຈະເພີ່ມຂຶ້ນເຖິງ 6.5 ລ້ານໂດລາສະຫາລັດ ເພື່ອ ສະໜອງທຶນໃຫ້ກັບ ແຜນງານຫລຸດຜ່ອນຄວາມທຸກຍາກ ແລະ ການພັດທະນາໃນ ລາວ - ຊຶ່ງເປັນເຫດຜົນສຳຄັນທີ່ທະນາຄານໂລກ ໄດ້ຕັດສິດໃຈມີສ່ວນຮ່ວມໃນໂຄງການດັ່ງກ່າວ. ໃນ ໄລຍະ 25 ປີຂອງການ ສຳປະທານນັ້ນ, ປະເທດລາວ ຈະມີລາຍຮັບປະມານ 2 ຕື້ ໂດລາສະຫາລັດ ຈາກໂຄງການ ໄຟຟ້ານ້ຳເທີນ 2.

ທ່ານ ຈອນ ຣູມ, ຫົວໜ້າຝ່າຍການພັດທະນາແບບຍືນຍົງປະຈຳພາກພື້ນ ອາຊີ ແລະ ປາຊີຟິກ ຂອງ ທະນາຄານ ໂລກ ໄດ້ກ່າວວ່າມີເກືອບສາມສ່ວນສີ່ຂອງປະຊາກອນລາວທີ່ຍັງມີລາຍໄດ້ໜ້ອຍກ່ວາ 2 ໂດລາສະຫາລັດຕໍ່ມື້. ສະນັ້ນລາຍຮັບທີ່ໄດ້ຮັບຈາກເຂື່ອນໄຟຟ້ານ້ຳເທີນ 2 ນີ້ຈະຊ່ວຍ ໃຫ້ເສດຖະກິດ ຂອງປະເທດລາວ ດີຂຶ້ນ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ”

ບົດລາຍງານການຕິດຕາມສະພາບເສດຖະກິດສຳລັບ ສປປ ລາວ ສະບັບຫລ້າສຸດຂອງທະນາຄານໂລກ ໄດ້ລະບຸ ວ່າ ການເຕີບໂຕທາງດ້ານເສດຖະກິດທີ່ຄາດໄວ້ຢູ່ 7.8% ໃນປີ 2010, ໃນ ນັ້ນ ຫລາຍກ່ວາ  3 ຈຸດສ່ວນຮ້ອຍ ແມ່ນມາ ຈາກໂຄງການນ້ຳເທີນ 2. 

ໃນ ລາຍງານສະພາບຄວາມຄືບໜ້າຂອງໂຄງການນ້ຳເທີນ 2 ນັ້ນ, ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ໄດ້ລາຍງານວ່າ ຢູ່ເທິງພູພຽງນາກາຍເຊິ່ງມີການຍົກຍ້າຍຖິ່ນຖານຂອງປະຊາຊົນປະມານ 6,200 ຄົນ ທີ່ໄດ້ ສຳເລັດໃນປີ 2008 ນັ້ນ, ຊາວບ້ານໄດ້ມີຄວາມພໍໃຈຢ່າງຍິ່ງ ກ່ຽວກັບ ສະພາບແວດລ້ອມໃໝ່ຂອງພວກເຂົາ, ເຊິ່ງຄົນສ່ວນໃຫຍ່  (ຫລາຍກວ່າ 80%) ລາຍງານວ່າພວກເຂົາມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າຫລາຍ. 

ບົດລາຍງານດັ່ງກ່າວຍັງໄດ້ເວົ້າອີກວ່າ ລາຍໄດ້ຕໍ່ປີຂອງປະຊາຊົນແມ່ນເພີ່ມຂຶ້ນເກືອບສອງເທົ່າໂຕ, ເຊິ່ງເພີ່ມຂຶ້ນ ຈາກປະມານ 140 ໂດລາສະຫາລັດ ຕໍ່ປີ ໃນປີ 1998 ມາເປັນປະມານ 260 ໂດລາສະຫາລັດ ຕໍ່ປີ. ບົດລາຍງານໄດ້ເວົ້າວ່າ ຊາວບ້ານທີ່ຕັ້ງຖິ່ນຖານໃໝ່ນັ້ນກຳລັງນຳໃຊ້ສິ່ງອຳນວຍຄວາມສະດວກທາງດ້ານການສຶກສາ, ສາທາລະນະສຸກ ແລະ ການຂົນສົ່ງຕ່າງໆທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ມີຫລາຍໆຄົນກໍໄດ້ລົງທຶນເຂົ້າໃນການປັບປຸງເຮືອນຊານ ແລະ ຊື້ເຄື່ອງໃຊ້ ຕ່າງໆເຊັ່ນ: ໂທລະທັດ ແລະ ລົດຈັກ. ຄ່າສະເລັ່ຍຂອງມູນຄ່າຊັບສິນ ຂອງຄົວເຮືອນໄດ້ເພີ່ມຂຶ້ນຈາກ 120 ໂດລາສະຫາລັດ ໃນ ເດືອນສິງຫາ ປີ 2006 ມາເປັນ 480 ໂດລາສະຫາລັດ ໃນ ເດືອນພຶດສະພາ ປີ 2009.  

ໄປພ້ອມໆກັນກັບຄວາມສຳເລັດເຫລົ່ານັ້ນ, ມັນກໍ່ຍັງມີສິ່ງທ້າທາຍຫລາຍປະການຢູ່. ອັນຫລັກໆກໍ່ແມ່ນການ ປົກປັກຮັກ ສາຊັບພະຍາກອນທຳມະຊາດໃນຂົງເຂດນັ້ນ ກໍເພື່ອຜົນປະໂຫຍດຂອງຜູ້ທີ່ຖືກຍົກຍ້າຍຖິ່ນຖານມາ.  ບົດລາຍງານ ໄດ້ ເຕືອນວ່າ ຄວາມກົດດັນຕໍ່ກັບຊັບພະຍາກອນທຳມະຊາດແມ່ນກຳລັງເພີ່ມຂຶ້ນ ເຊິ່ງເປັນຜົນມາຈາກ ການຂະຫຍາຍຕົວ ຂອງປະຊາກອນໃນເຂດນັ້ນ ແລະ ການຂຸດຄົ້ນຊັບພະຍາກອນໄມ້, ແຮ່ທາດ ແລະ ການຫາປາ ໂດຍພາກສ່ວນຈາກ ທາງນອກທີ່ຫວັງຜົນປະໂຫຍດທາງການຄ້າ. ບົດລາຍງານຍັງໄດ້ກ່າວຕື່ມວ່າ ບັນຫາເຫລົ່ານີ້ແມ່ນ ໄດ້ຮັບ ຄວາມເອົາໃຈ ໃສ່ເປັນພິເສດຈາກລັດຖະບານຂອງ ສປປ ລາວ.  

ໃນປີຜ່ານໆມາ ລັດຖະບານໄດ້ເພີ່ມມາດຕະການໃນການຢຸດເຊົາການຂຸດຄົ້ນບໍ່ແຮ່ ແລະ ການຕັດໄມ້ໃນເຂດປ່າສະຫງວນ ແຫ່ງຊາດ ເຊິ່ງເປັນເຂດສະຫງວນເທິງພູພຽງນາກາຍທີ່ມີເນື້ອທີ່ເກືອບ 7 ເທົ່າ ເມື່ອທຽບໃສ່ເນື້ອທີ່ຂອງ ປະເທດສິງກະໂປ. ມາດຕະການດັ່ງກ່າວໄດ້ກຳນົດໃຫ້ເປັນເຫງື່ອນໄຂໜຶ່ງ ໃນການອະນຸມັດໂຄງການນ້ຳເທີນ 2. ແຕ່ວ່າຄວາມເອົາໃຈ ໃສ່ຢ່າງ ໃກ້ຊິດຕໍ່ກັບຜູ້ບຸກລຸກຈາກທາງນອກກໍ່ຕ້ອງໄດ້ສືບຕໍ່.

ບົດລາຍງານໄດ້ກ່າວວ່າ ຜົນກະທົບຈາກກະແສນ້ຳໄຫລທີ່ເພີ່ມຂຶ້ນ (ເຊັ່ນ: ດິນເຈື່ອນ, ການປ່ຽນແປງຂອງຄຸນນພາບນ້ຳ ແລະ ການສູນເສຍດິນເຮັດສວນທີ່ຢູ່ຕາມແຄມນ້ຳ) ໄດ້ມີການຄາດຄະເນລ່ວງຫນ້າເປັນຢ່າງດີ ແລະ ໄດ້ມີການກະກຽມ ມາດຕະການໃນການບັນເທົາ ໃນເຂດກ້ອງເຂື່ອນແມ່ນ້ຳເຊບັ້ງໄຟ ເປັນຢ່າງດີ. ແຜນງານສຳລັບເຂດກ້ອງເຂື່ອນ ເຊິ່ງ ໄດ້ເລີ່ມຕົ້ນໃນຫລາຍໆປີຜ່ານມາ ແລະ ມີການເຂົ້າຮ່ວມຂອງຊຸ່ມຊົນຢ່າງຫ້າວຫັນນັ້ນ ໄດ້ຖືກເລັ່ງໃຫ້ໄວຂຶ້ນໃນປີ 2008 ແລະ 2009. ອັນນີ້ແມ່ນສົ່ງຜົນໃຫ້ມີ ຄວາມກ້າວໜ້າທີ່ດີ ເຊິ່ງໄດ້ສ້າງໃຫ້ມີກອງທຶນໃຫ້ກັບບັນດາບ້ານ, ການຈ່າຍຄ່າຊົດເຊີຍໃ ຫ້ກັບສວນແຄມນ້ຳທີ່ສູນເສຍໄປ, ແລະ ແຜນງານນ້ຳສະອາດ ແລະ ສຸຂະອະນາໄມ. ຢ່າງໃດກໍຕາມ, ແຜນງານຕິດຕາມ ຜົນກະທົບຢູ່ກ້ອງເຂື່ອນທີ່ນອກເໜືອຈາກສິ່ງທີ່ຄາດຄະເນໃວ້ລ່ວງໜ້າກໍຍັງດຳເນີນຢູ່ຕໍ່ໄປ. 

“ທະນາຄານໂລກຍັງຮັກສາຄຳໝັ້ນສັນຍາ ເພື່ອຮັບປະກັນການຕິດຕາມຢ່າງໃກ້ຊິດ ແລະ ຖີ່ຖ້ວນທີ່ກຳລັງດຳເນີນ ຢູ່ໃນທຸກໆ ດ້ານຂອງໂຄງການນີ້--ນັບແຕ່ການຊ່ວຍຮັບປະກັນ ວ່າຄົນທ້ອງຖິ່ນສາມາດ ສືບຕໍ່ສ້າງລາຍຮັບ ເພື່ອ ການດຳລົງຊີວິດ ໄປເຖິງການປົກປັກຮັກສາຊັບພະຍາກອນທຳມະຊາດສຳລັບຄົນລຸ້ນຕໍ່ໄປ”, ກ່າວໂດຍ ທ່ານ ປັດຈາມູຕຸ ອີລັງໂກວານ, ອຳນວຍການ ຫ້ອງການທະນາຄານໂລກ ປະຈຳ ສປປ ລາວ.

ບົດລາຍງານຍັງໄດ້ກ່າວວ່າ ໂຄງການນີ້ໄດ້ຊ່ວຍໃຫ້ ປະເທດລາວ ນຳໃຊ້ເຄື່ອງມືຕ່າງໆສຳລັບ ການຄຸ້ມຄອງຊັບພະຍາກອນ ຂອງ ລັດ ຢ່າງ ໂປ່ງໃສ ແລະ ມີຄວາມຮັບຜິດຊອບ. ໂຄງການນີ້ຍັງໄດ້ຊ່ວຍສ້າງຂີດຄວາມສາມາດ ຂອງລັດຖະບານ ໃນການຄຸ້ມຄອງໂຄງການພື້ນຖານໂຄ່ງລ່າງທີ່ໃຫຍ່ ແລະ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ກັບ ສະພາບການ ລົງທຶນຂອງ ປະເທດລາວອີກດ້ວຍ. 

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
ເອລີຊາເບັດ ມີບີ
​ໂທລະ​ສັບ: (202) 458-4475
emealey@worldbank.org
ທີ່ ວຽງຈັນ
ວິກໂທເຣຍ ມີໂນແອງ
​ໂທລະ​ສັບ: (856-21) 450-010
vminoian@worldbank.org

ເລກທີ ບົດອອກຂ່າວ:
NT2

Api
Api