ບົດອອກຂ່າວ

ລັດຖະບານ ຍີ່ປຸນໃຫ້ທຶນຊ່ວຍເຫຼືອລ້າ ມູນຄ່າ 1 ລ້ານໂດລາ ສະຫາລັດ ເພື່ອ ສ້າງຂີດຄວາມອາດສາມາດ ໃນ ຂະແໜງ ຂົວທາງ

24 ມິ.ຖ. 2010



ລັດຖະບານ ຍີ່ປຸນໃຫ້ທຶນຊ່ວຍເຫຼືອລ້າ ມູນຄ່າ 1 ລ້ານໂດລາ ສະຫາລັດ ເພື່ອ ສ້າງຂີດຄວາມອາດສາມາດ ໃນ ຂະແໜງ ຂົວທາງ

ວຽງຈັນ, ມິຖຸນາ 24, 2010— ລັດຖະບານ ຍີ່ປຸ່ນໄດ້ມອບທຶນຊ່ວຍເຫຼືອລ້າ ໃນມູນຄ່າ 1 ລ້ານໂດລາ ສະຫາລັດ ໃຫ້ ແກ່ ລັດຖະບານແຫ່ງ ສປປ ລາວ ຜ່ານ ໂຄງການ ຂະແໜງການຂົວທາງ ຂອງ ທະນາຄານໂລກ. ທຶນຊ່ວຍເຫຼືອດັ່ງກ່າວ ມີ ເປົ້າໝາຍ ສ້າງຂີດຄວາມອາດສາມາດໃຫ້ແກ່ວິຊາການ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍຄື ພະແນກໂຍທາທິການ ປະຈຳແຂວງຕ່າງໆ ໃນວຽກງານ ການຄຸ້ມຄອງຍຸດທະສາດ ຂອງ ຂະແໜງການ, ການຄຸ້ມຄອງເສັ້ນທາງທ້ອງຖິ່ນ, ລະບົບການປົກປ້ອງສິ່ງແວດລ້ອມ, ການຄຸ້ມຄອງດ້ານການເງິນ, ແລະ ການຄຸ້ມຄອງກວດກາພາຍໃນ.

ທ່ານ ມາຊະກິ ມີຢາຊິຕະ, ເອກ ອະຄະລະຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ແລະ ປະທານຮ່ວມ ຂອງ ທິມງານສະເພາະກິດ ຂະແໜງການໂຄງລ່າງ  ໄດ້ເນັ້ນຄວາມສຳຄັນ ການ ເຊື່ອມຕໍ່ທາງເສັ້ນທາງ ໂດຍສະເພາະ ສຳລັບ ປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລ ຄື ສປປ ລາວ. ທ່ານໄດ້ກ່າວເພີ່ມວ່າ: “ທຶນດັ່ງກ່າວ ແນໄສ່ ສະໜັບສະໜູນລັດຖະບານໃນ ການສ້າງຂີດ ຄວາມອາດສາມາດ ຂອງພະນັກງານ ໃນ ການຄຸ້ມຄອງຍຸດທະສາດ ຕາໜ່າງເສັ້ນທາງ ໃນ ປະເທດ”.

ທະນາຄານໂລກ ໄດ້ ອະນຸມັດ ໂຄງການ ຂະແໜງການຂົວທາງ  ໃນເດືອນມິນາ 2010. ໂຄງການດັ່ງກ່າວມີເປົ້າໝາຍ ໃນການປັບປຸງ ຕາໜ່າງເສັ້ນທາງ, ຟື້ນຟູເສັ້ນທາງທີ່ເສຍຫາຍເນື່ອງຈາກພາຍຸເກດສະໜາ, ແລະ ສະໜັບສະໜູນ ການສ້າງກອງທຶນສຸກເສີນສຳລັບ ວຽກງານ ຟື້ນຟູຈາກໄພພິບັດ ໃນ ຂະແໜງການຂົວທາງ. ທ່ານ ປັດຈາມູຕຸ ອີລັງໂກວານ, ຜູ້ຕາງໜ້າ ທະນາຄານໂລກ ປະຈຳ ສປປ ລາວ  ໄດ້ ສະແດງຄວາມ ຂອບໃຈມາຍັງ ລັດຖະບານ ຍີ່ປຸ່ນທີ່ໄດ້ສະໜັບສະໜູນ ການຊ່ວຍເຫຼືອດ້ານວິຊາການ “ເຊິ່ງ ເປັນການປະກອບສ່ວນໃນການສ້າງຄວາມເຂັ້ມແຂງ ດ້ານການປົກຄອງ ຂະແໜງການຂົວທາງ ໃນ ໄລຍະ ກາງ.”

ນັກຂ່າວ ກະລຸນາຕິດຕໍ່
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: (856-21) 450-010
ssakonhninhom@worldbank.org


Api
Api

Welcome