ບົດອອກຂ່າວ

ທະນາຄານໂລກ ແລະ ສະຫະພັນເອີຣົບ ໃຫ້ທຶນ ໃນວຽກງານຄ້ຳປະກັນທາງສະບຽງອາຫານ ຢູ່ເຂດເນີນສູງຂອງແຂວງຕ່າງໆ

6 ມິ.ຖ. 2010



ວຽງຈັນ, 4 ມິຖຸນາ, 2010— ປະຊາຊົນຢູ່ເຂດເນີນສູງຍັງແມ່ນຜູ້ທຸກຍາກທີ່ສຸດໃນ ສປປ ລາວ. ພ້ອມກັນນີ້, ຫຼາຍໆຊົນເຜົ່າແມ່ນອາໄສຢູ່ເຂດດັ່ງກ່າວ ແລະ ຢູ່ໃນໝູ່ບ້ານທີ່ບໍ່ມີສິ່ງອຳນວຍຄວາມສະດວກພື້ນຖານ. ພວກເຂົາຂາດ ການສຶກສາ ແລະ ການຝຶກອົບຮົມ, ຂາດ ໂອກາດໃນການສ້າງອາຊີບ ແລະ ການ ຢູ່ດີກິນດີ. ມີອີກຈຳນວນຫຼາຍຄົນ ທີ່ສຸຂະພາບບໍ່ດີ, ຂາດ ພື້ນຖານໂຄງລ່າງ, ແລະ ປູກຝັງຢູ່ເຂດທີ່ມີອັດຕາການຜະລິດຕໍ່າ ຊຶ່ງຍິ່ງນຳ ໄປສູ່ຄວາມທຸກຍາກ. ຊາວນາ ແມ່ນພົບກັບຄວາມຫຍຸ້ງຍາກໃນການ ສະໜອງຄວາມຕ້ອງ ການຂອງຄອບຄົວ ແລະ ຊຸມຊົນ. ຊາວນາສ່ວນຫຼາຍ ແມ່ນ ໃຊ້ວິທີການປູກຝັງ ແບບດັ່ງເດີມ ແລະ ຂາດຄວາມຮູ້ກ່ຽວກັບ ເຕັກໂນໂລຊີການປູກຝັງແບບ ທັນສະໃໝເພື່ອ ປັບປຸງຜົນລະປູກ. ພ້ອມກັນນີ້ພວກ ເຂົາຍັງມີຊັບສິນ ແລະ ທີ່ດິນ ທີ່ຈຳກັດ. ນະໂຍບາຍຂອງລັດຖະບານນັບຕັ້ງແຕ່ປີ 1990 ແມ່ນ ການຫລຸດຜ່ອນ ການເຮັດໄຮ່ ຢູ່ເຂດເນີນສູງ. ຄວາມຫຼາກຫຼາຍຂອງຊະນິດເມັດພັນເຂົ້າ ໄດ້ຫລຸດລົງ, ຜົນຜະລິດ ແລະ ການຮັບປະກັນທາງ ສະບຽງອາຫານໄດ້ພົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ ນ້ຳຝົນຢູ່ເຂດພູດອຍ ໄດ້ຫລຸດລົງ 56% ແຕ່ປີ 1990-2001 ແລະ 50% ແຕ່ປີ 2001-2005. ຄວາມຫຍຸ້ງຍາກດັ່ງກ່າວໄດ້ເພີ່ມທະວີຍິ່ງຂຶ້ນ ເນື່ອງຈາກຜົນກະທົບຂອງ ພະຍຸເກດສະໜາຢູ່ເຂດເນີນສູງບາງ ແຫ່ງ. ເພື່ອ ປະເຊີນກັບ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ຊາວບ້ານໄດ້ຮຽກຮ້ອງ ການຊ່ວຍເຫຼືອ ສຳລັບ ຊະນິດເມັດພັນເຂົ້າທີ່ຫຼາກຫຼາຍ ກ່ວາເກົ່າ, ຮັບການຝຶກອົບຮົມ ດ້ານເຕັກນິກການປູກຝັງ, ແລະ ປັບປຸງໂຄງລ່າງພື້ນຖານ ແລະ ວິທີການ ປັບປຸງຄຸນະພາບ ດິນປູກຝັງທີ່ດີກ່ວາເກົ່າ.

ມື້ນີ້, ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ລັດຖະມົນຕີຊ່ວຍວ່າ ການກະຊວງການເງິນ ແລະ ທະນາຄານໂລກ ຕາງໜ້າໂດຍ ທ່ານ ນາງ ອາແນັດ ດິກຊັນ ຜູ້ອຳນວຍການ ປະຈຳພາກພື້ນອາຊີ ຕາເວັນອອກ ໄດ້ເຊັນສັນຍາຊ່ວຍເຫຼືອລ້າ ເພື່ອຈັດຕັ້ງປະຕິບັດ ໂຄງການປັບປູງການຮັບປະກັນ ທາງສະລບຽງອາຫານ ຢູ່ ເຂດເນີນສູງ ຂອງ ລາວ.

ໂຄງການດັ່ງກ່າວ ແມ່ນຈະຊ່ວຍ ສປປ ລາວ ໃນການປັບປຸງຄ້ຳປະກັນທາງດ້ານສະບ່ຽງອາຫານ ຂອງຄອບຄົວໃນເຂດ ຊົນນະບົດ ໃນໜູ່ບ້ານທີ່ຖືກຄັດເລືອກ ໃນແຂວງເປົ້າໜາຍເຂດພູດອຍຈາກໂຄງການ ໂດຍການທົດລອງ ແລະ ຈັດຕັ້ງປະຕິບັດ ລະບົບການປູກເຂົ້າທີ່ດີກວ່າ ແລະ ສຸມໃສ່ຄວາມຈຳເປັນ ຂອງຄອບຄົວໃນແຂວງທີ່ ໄດ້ຮັບຜົນກະທົບ ຈາກພາຍຸເກດສະໜາ.  ທຶນຊ່ວຍເຫຼືອລ້າຈຳນວນ 15 ລ້ານ ໂດລາສະຫະລັດ ແມ່ນການສະໜັບສະໜູນຮ່ວມ ໂດຍສະມາຄົມພັດທະນາສາກົນ ຂອງທະນາຄານໂລກ ແລະ ສະຫະພັນເອີຣົບ. ໂຄງການຈະໄດ້ຮັບ ການຈັດຕັງປະຕິບັດໂດຍ ກະຊວງກະຊວງກະສິກຳ ແລະ ປ່າໄມ້ ໂດຍການຮ່ວມມື ກັບກອງທຶນຫຼຸດຜ່ອນຄວາມທຸກຍາກ, ແລະ ຈະຈັດຕັ້ງປະຕິບັດໃນ 8 ແຂວງ ຄື: ຫຼວງພະບາງ, ຫຼວງນ້ຳທາ, ຂຽງຂວາງ, ຫົວພັນ, ເຊກອງ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ອັດຕະປື.

ທ່ານ ປັດຈາມູຕູ ອີລັງໂກວານ, ຜູ້ຕາງໜ້າທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ:”ໂຄງການນີ້ແມ່ນມີເປົ້າໜາຍໃນການສົ່ງເສີມຜົນຜະລິດໃນເຂດຊົນນະບົດຂອງລາວ ໂດຍການສ້າງຄວາມເຂັ້ມແຂງ ຄວາມອາດສາມາດ ຂອງກຸ່ມຊາວນາ ແລະ ຊາວບ້ານ. ໂຄງການຍັງຈະຊ່ວຍປັບປຸງ ການກະສິກຳ, ແກ້ໄຂດ້ານພື້ນຖານໂຄງລ້າງ ແລະ ຂີດຈຳກັດໃນການສົ່ງຜົນຜະລິດ ສູ່ທ້ອງຕະຫຼາດ  ເພື່ອຫຼຸດຜ່ອນ ຄວາມທຸກຍາກ ແລະ ແກ້ໄຂຄວາມບໍ່ໜັ້ໍນຄົງທາງດ້ານສະບຽງອາຫານ."

ທະນາຄານໂລກ ແລະ ລັດຖະບານແຫ່ງ ສປປ ລາວ ກໍ່ຍັງໄດ້ເຊັນສັນຍາ ຮ່ວມກັນ ຕົກລົງສະໜອທຶນ ຈຳນວນ 169,962 ໂດລາສະຫະລັດ ໃຫ້ແກ່ ສະຖາບັນວິທະຍາສາດສັງຄົມ. ກົມປະຊາກອນສຶກສາຂອງສະຖາບັນດ່ັງກ່າວ ຈະເປັນຜູ້ທີ່ໄດ້ຮັບ ການຊ່ວຍເຫຼືອທາງດ້ານວິຊາການ ເພື່ອທົດລອງເຮັດ ບົດສຳຫຼວດຄວາມຄິດຂອງປະຊາຊົນ ໃນທົ່ວປະເທດ. ການສຳຫຼວດ ດັ່ງກ່າວນີ້ ຈະໄດ້ຖືກປະຕິບັດໃນ 3 ສະຖານທີ່ທີ່ຖືກເລືອກ ໂດຍແນໄສ່ໃຫ້ເພີ່ມຄວາມເຂົ້າໃຈທີ່ດີກ່ວາ ທາງດ້ານສັງຄົມ ແລະ ວັດທະນະທຳ ຂອງ ປະຊາກອນ ທີ່ພວມມີການປ່ຽນແປງ.

ນັກຂ່າວ ກະລຸນາຕິດຕໍ່
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: +(856-21) 450-010
ssakonhninhom@worldbank.org



Api
Api

Welcome