ບົດອອກຂ່າວ

ສປປ ລາວ-ການຈັດສົ່ງສິນຄ້າຂອງໂລກດີຂຶ້ນ, ແຕ່ຕ້ອງເອົາໃຈໃສ່ເພີ່ມ ເພື່ອຊຸກຍູ້ການຟື້ນຕົວຄືນ

20 ມ.ກ. 2010



ວຽງຈັນ, ວັນທີ 20 ມັງກອນມ 2010 - ການປະເມີນຜົນກ່ຽວກັບການຈັດສົ່ງສິນຄ້າຂອງກຸ່ມທະນາຄານໂລກໄດ້ຊີ້ໃຫ້ເຫັນວ່າຄວາມສາມາດໃນການເຄື່ອນຍ້າຍສິນຄ້າ ແລະ ເຊື່ອມຕໍ່ກັບຜູ້ຜະລິດ ແລະ ຜູ້ຊົມໃຊ້ກັບຕະຫຼາດສາກົນແບບມີປະສິດທີພາບຂອງ​ບັນ​ດາ​ປະ​ເທດ ກຳລັງດີຂຶ້ນ ໃນທົ່ວໂລກ. ແຕ່ວ່າ ກໍ່ຍັງຕ້ອງການໃຫ້ມີຄວາມກ້າວໜ້າຫຼາຍກ່ວານີ້ ເພື່ອຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດ ໃຫ້ວອ່ງໄວຂຶ້ນກວ່າເກົ່າ ແລະ ຊ່ວຍໃຫ້ບັນດາຫົວໜ່ວຍທຸລະກິດ ໄດ້ປະໂຫຍດຈາກການຟື້ນຕົວທາງດ້ານການຄ້າ.

ເຢຍລະມັນເປັນຜູ້ປະຕິບັດການດີເດັ່ນລຳດັບຕົ້ນ ໃນບັນດາ 155 ເສດຖະກິດຕາມການຈັດລຳດັບຈາກດັດສະນີການປະເມີນຜົນ ການຈັດສົ່ງສິ້ນຄ້າ ປີ 2010 (LPI), ເຊິ່ງໄດ້ຖືກປະກອບເຂົ້າໃນບົດລາຍງານກ່ຽວກັບ ການເຊື່ອມຕໍ່ເພື່ອແຂ່ງຂັນ ໃນປີ 2010: ການຈັດສົ່ງສິ້ນຄ້າ ໃນເສດຖະກິດທົ່ວ ໂລກ. ການສຶກສານີ້ໄດ້ອີງໃສ່ການສຳຫຼວດໃນທົ່ວໂລກທີ່ຄົບຖ້ວນທີ່ສຸດ ກ່ຽວກັບຜູ້ສົ່ງອອກສິ້ນຄ້າຕ່າງປະເທດ ແລະ ຜູ້ດຳເນີນກິດຈະການສົ່ງສິນ ຄ້າດ່ວນ.

“ການແຂ່ງຂັນດ້ານເສດຖະກິດ ພາໃຫ້ປະເທດສ້າງຄວາມເຂັ້ມແຂງໃນການປະຕິບັດງານ, ແລະ ການປັບປຸງການລຳລຽງຂົນສົ່ງ ດ້ານການຄ້າ ເປັນວິທີທາງທີ່ສະຫຼາດ ເພື່ອສະໜອງປະສິດທິພາບໃຫ້ສູງຂຶ້ນ, ຫຼຸດຕົ້ນທຶນລົງ ແລະ ເພີ່ມການຂະຫຍາຍຕົວທາງດ້ານເສດຖະກິດ”, ດັ່ງ ທ່ານ ໂຣເບີດ ບ ໂຊເອລິກ, ປະທານກຸ່ມທະນາຄານໂລກ, ທີ່ໄດ້ຢ້ຽມຢາມເບີລິນ ໃນລະຫວ່າງວັນທີ 13 ຫາ 15 ມັງກອນ, ໄດ້ກ່າວໄວ້ ໃນການ ສົນທະນາກ່ຽວກັບບັນຫາການພັດທະນາ ແລະ ເສດຖະກິດໃນໂລກ. “ການຂັດຈ້ອນຂັ້ນຕອນການເຊື່ອມຕໍ່ ລະຫວ່າງຕະຫຼາດຜູ້ຜະລິດ, ຊາວກະສິ ກອນ ແລະ ຜູ້ຊົມໃຊ້ ຈະສ້າງໂອກາດການຂະຫຍາຍຕົວ ແລະ ການລົງທຶນ ທີ່ໃຫຍ່ຫຼວງ ແລະ ຕ້ອງເປັນຈຸດສຸມຕົ້ນຕໍ ສຳລັບຍຸດທະສາດ ການຂະຫຍາຍຕົວ ຂອງປະເທດກຳລັງພັດທະນາ. ໃນຄະນະທີ່ພວກເຮົາເຜີຍແຜ່ບົດລາຍງານລະດັບໂລກນີ້, ຂ້າພະເຈົ້າມີຄວາມຍິນດີ ທີ່ໄດ້ຢູ່ ປະເທດເຢຍລະມັນ, ປະເທດທີ່ປະຕິບັດການດີເດັ່ນລຳດັບຕົນ ກ່ຽວກັບການລຳລຽງຈັດສົ່ງສິ້ນຄ້າທີ່ມີປະສິດທິພາບ”

ອີງຕາມ LPI, ບັນດາເສດຖະກິດທີ່ມີລາຍຮັບສູງຕິດຢູ່ໃນລຳດັບຕົ້ນໆ  ຂອງການຈັດລຳດັບຂອງການລຳລຽງຂົນສົ່ງ, ເຊິ່ງສ່ວນໃຫຍ່ມີລຳດັບທີ່ ສຳຄັນ ໃນລຳບົບສະໜອງສິນຄ້າໃນພາກພຶື້ນ ແລະ ໃນໂລກ. ໃນທາງກົງກັນຂ້າມ, 10 ປະເທດຜູ້ປະຕິບັດການຢູ່ໃນລຳດັບຕ່ຳສຸດ ເກືອບວ່າມາ ຈາກກຸ່ມປະເທດທີ່ມີລາຍຮັບຕ່ຳ ແລະ ຕ່ຳສຸດ.

ເຖິງວ່າການສຶກສານີ້ສະແດງໃຫ້ເຫັນ “ຊ່ອງຫວ່າງດ້ານການລຳລຽງສີິ້ນຄ້າ” ທີ່ສຳຄັນລະຫວ່າງປະເທດທີ່ຮັ່ງ ແລະ ປະເທດທີ່ກຳລັງພັດທະນາ, ກໍ່ມີການຄົ້ນພົບແນວໂນ້ມທີ່ເປັນທາງບວກ ໃນບາງຂົງເຂດພື້ນຖານ ສຳລັບການປະຕິບັດງານດ້ານການລຳລຽງຂົ່ນສົ່ງ ແລະ ການຄ້າ ເຊັ່ນ ການ ປະກອບເອົາການຫັນພາສາແບບທັນສະໄໜ, ການນຳໃຊ້ເຕັກໂນໂລຍີມູນຂ່າວສານ, ແລະ ການພັດທະນາການບໍລິການລຳລຽງຂົນສົ່ງພາກ ເອກະຊົນ.

“ຕາມການສຳຫຼວດຄັງທຳອິດຂອງພວກເຮົາ ໃນປີ 2007, ຫຼາຍໆປະເທດກຳລົງພັດທະນາ ໄດ້ປັບປຸງຄວາມສາມາດຂອງຕົນໃຫ້ດີຂຶ້ນ ໃນການ ເຊື່ອມຕໍ່ກັບຕະຫຼາດສາກົນ, ເຊິ່ງເປັນສ່ວນປະກອບທີ່ສຳຄັນ ສຳລັບການສາມາດແຂ່ງຂັນ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ,” ດັ່ງທ່ານ ໂອຕາວິອາໂນ ການູໂຕ, ຮອງປະທານ ທະນາຄານໂລກ ສຳລັບການຫຼຸດຜ່ອນຄວາມທຸກຍາກ ແລະ ການຄຸ້ມຄອງເສດຖະກິດ ໄດ້ກ່າວໄວ້. “ແຕ່ວ່າປະເທດທີ່ກຳລັງພັດທະນາຕ້ອງໄດ້ຫຼຸດພົ້ນອອກຈາກວິກິດການເງິນ ດ້ວຍທີ່ຕັ້ງທີ່ເຂັ້ມແຂງກວ່າເກົ່າ ແລະ ທີ່ສາມາດແຂ່ງຂັນໄດ້ດີຂຶ້ນກວ່າ ເກົ່າ, ເຂົາເຈົ້າຕ້ອງລົງທຶນໃສ່ການລຳລຽງຂົນສົ່ງດ້ານການຄ້າໃຫ້ດີກວ່າເກົ່າ.”

“ບັນດາປະເທດທີ່ມີຜົນການດຳເນີນງານດ້ານການລຳລຽງຂົນສົ່ງທີ່ດີກວ່າ ສາມາດຂະຫຍາຍຕົວຢ່າງວ່ອງໄວ, ກາຍເປັນຜູ້ທີ່ສາມາດແຂ່ງຂັນຫຼາຍ ກວ່າເກົ່າ ແລະ ເພີ່ມລະດັບການລົງທຶນຂອງຕົນ,”  ດັ່ງທີ່ ທ່ານ ເບີນາກ ຮຸກແມນ, ຫົວໜ້າຂະແໜງການຄ້າຂອງທະນາຄານໂລກ  ກ່າວໄວ້. “ການຄົນຄ້ວາຂອງພວກເຮົາ ສະແດງໃຫ້ເຫັນວ່າການເພີ່ມຂຶ້ນສະເລ່ຍ ຂອງຜົນການດຳເນີນງານດ້ານການລຳລຽງຂົນສົ່ງ ໃນບັນດາປະເທດລາຍ ຮັບຕ່ຳ ຫາ ບັນດາປະເທດລາຍຮັບປານກາງ ສາມາດຊຸກຍູ້ການຄ້າ ໄດ້ປະມານ 15 ເປີເຊັນ ແລະ ສ້າງປະໂຫຍດໃຫ້ຫົວໜ່ວຍທຸລະກິດ ແລະ ຜູ້ຊົມໃຊ້ທັງໜົດ ໂດຍຜ່ານການເຮັດໃຫ້ຕ່ຳລົງ ແລະ ການສະໜອງຄຸນະພາບທີ່ດີຂຶ້ນ.”

ບົດລາຍງານນີ້, ຊຶ່ງນຳໂດຍນັກເສດຖະສາດກຸ່ມທະນາຄານໂລກ, ທ່ານ ຊັງຟຣັງຊົວ ອາຣວີ ແລະ ທ່ານ ນາງ ໂມນິກາ ອາລີນາ ມູສຕຣາ, ໃນບັນດາປະເທດກຳລັງພັດທະນາ ຜົນການດຳເນີນງານດ້ານການລຳລຽງຂົ່ນສົ່ງ ໄດ້ເຮັດໃຫ້ລະດັບລາຍຮັບຕໍ່ຫົວຄົນເພີ່ມຂຶ້ນ ເກີນຄາດໜາຍ: ຫຼາຍປະເທດປະສົບຜົນສຳເລັດດີຂຶ້ນ ຖ້າທຽບໃສ່ການວັດແທກລາຍຈາກລະດັບລາຍຮັບຂອງພວກເຂົາ. 10 ປະເທດຜູ້ທີ່ປະຕິບັດງານ ເກີນຄາດ ໜາຍ ລວມມີ ຈີນ (27), ອິນເດຍ, (47), ອູການດາ (66), ຫວຽດນາມ (53), ໄທ (35), ຟິລິບປິນ (44), ແລະ ອາຟຣິກາໃຕ້ (28).

ພ້ອມດຽວກັນນີ້ ບັນດາປະເທດທີ່ມີການດຳເນີນງານ ໄດ້ດີຂຶ້ນຫຼາຍ ໃນລະຫວ່າງສອງການສຳຫຼວດ (LPI ປີ 2007 ແລະ ປີ 2010) ສ່ວນໃຫຍ່ ແມ່ນປະເທດທີ່ປະຕິບັດການປະຕິຮູບການອຳນວຍຄວາມສະດວກດ້ານການລຳລຽງຂົນສົ່ງ ແລະ ການຄ້າໃນເມື່ອກ່ອນ ເຊັ່ນ: ໂກລົມເບຍ, ບຣາຊິນ ແລະ ຕູນີຊີ.

ທາງດ້ານການດຳເນີນຂອງບັນດາບາງປະເທດທີ່ກຳລັງພັດທະນາ ໃນກແຕ່ລະພາກພື້ນ, ປະເທດອາຟຣິກາໃຕ້ (28) ເປັນຜູ້ປະຕິງານດີເດັ່ນ ລຳດັບຕົ້ນ ຈາກທະວີບອາຟຣິກາ; ຈີນ (27) ຈາກອາຊີຕາເວັນອອກ; ໂປໂລຍ (30) ຈາກເອີຣົບກາງ ແລະ ຕາເວັນອອກ; ບຣາຊິນ (41) ຈາກອາເມລິກາລາຕິນ, ເລບານອນ (33) ຈາກຕາເວັນອອກກາງ; ແລະ ອິນເດຍ (47) ຈາກອາຊີໃຕ້.

ສຳລັບ ສປປ ລາວ, ດັດສະນີຜົນການດຳເນີນງານດ້ານການລຳລຽງຂົນສົ່ງ ຊີ້ບອກໃຫ້ເຫັນວ່າ ປະເທດໄດ້ປັບປຸງການເຊື່ອມຕໍ່ຫາຕະຫຼາດສາກົນ ດີສົມຄວນ, ໂດຍສະເພາະ ໃນການບັນລຸຈຸດປະສົງຄວາມຖີ່ ທີ່ການຂົນສົ່ງສິ້ນຄ້າມາເຖິງຕາມກຳນົດເວລາ ແລະ ຄວາມສາມາດຂອງຜູ້ສົ່ງສິນຄ້າ ໃນການຕິດຕາມກວດກາການຂົນສົ່ງສິນຄ້າ. ເຖິງຢ່າງໃດກໍ່ດີ, ຜົນການດຳເນີນງານ ແມ່ນຍັງຖືວ່າອ່ອນ ໃນການບັນລຸງຈຸດປະສົງດ້ານຄຸນະພາບ ແລະ ໂຄງລ່າງທີ່ກ່ຽວພັນກັບສິນຄ້າ, ປະສິດທິພາບຂອງຂັ້ນຕອນຂ້າມຊາຍແດນ ແລະ ຄຸນະພາບການບໍລິການລຳລຽງຂົນສົ່ງ ທີ່ມີພາຍໃນປະເທດ. ຍິ່ງໄປກວ່ານັນ ໃນຂະນະທີ່ ສປປ ລາວ (ຊຶ່ງມີ LPI ລວມທັງໜົດ ເທົ່າກັບ 2,46) ຖືວ່າ ຢູ່ໃນລະດັບທີ່ດີສົມຄວນ ຖ້າທຽບໃສ່ບັນດາປະເທດອື່ນ ທີ່ ບໍ່ມີຊາຍແດນຕິດກັບທະເລ ແລະ ມີລາຍຮັບຕ່ຳ (ດີກວ່າ ມົງໂກລີ), ປະເທດລາວຍັງຢູ່ໃນລຳດັບທ້າຍຄູ່ແຂ່ງໃນພາກພື້ນ (ຢູ່ຫຼັງ ໄທ ແລະ ຫວຽດນາມ). ດັ່ງນັ້ນ ຈຳຕ້ອງມີການສືບຕໍ່ປະຕິຮູບ ແລະ ລົງທຶນເພື່ອສ້າງຄວາມເຂັ້ມແຂງ ໃນການອຳນວຍຄວາມສະດວກ ທາງດ້ານ ການຄ້າ ແລະ ຫັກລ້າງຂໍ້ເສຍປຽບທີ່ພົວພັນກັບການເປັນປະເທດທີ່ບໍ່ມີຊາຍແດນຕິດທະເລ.

ອີງຕາມການສຶກສາຄັງນີ້, ຜົນການດຳເນີນງານດ້ານການລຳລຽງຂົນສົ່ງ ໄດ້ຮັບຜົນສະທ້ອນຢ່າງໜັກ ຈາກຄຸນະພາບຂອງສະຖາບັນພາກລັດ ແລະ ການປະສານງານທີ່ມີປະສິດທິຜົນ ຂອງຂັ້ນຕອນການແຈ້ງເສຍພາສີຢູ່ຊາຍແດນ ໃນບັນດາອົງການທີ່ຄຸ້ມຄອງບໍລິຫານຊາຍແດນ. ຝນຂົງເຂດນີ້, ຜົນການດຳເນີນງານດ້ານພາສີ ດີກວ່າຫຼາຍໆອົງການອື່ນ, ຊຶ່ງຊີ້ໃຫ້ເຫັນຄວາມຕ້ອງການໃນການປະຕິຮູບການຄຸ້ຄອງບໍລິຫານວຽກງານຂ້າມຊາຍ ແດນ. ໃນບັນດາປະເທດທີ່ຜົນການດຳເນີນງານຕ່ຳ, ໂດຍສະເລ່ຍ, ເຄິ່ງໜຶ່ງຂອງຫີບຂົນສົ່ງຖືກກວດກາຕົວຈິງ ແລະ ໜຶ່ງໃນເຈັດຫີບ ຢ່າງໜ້ອຍ ຖືກກວດສອງເທື່ອ.

ຂົງເຂດອື່ນທີ່ຕ້ອງການປັບປຸງໃຫ້ດີຂຶ້ນ ປະກອບດ້ວຍນະໂຍບາຍການຂົນສົ່ງ, ການແຂ່ງຂັນທີ່ຫຼາຍຂຶ້ນ ໃນການບໍລິການທີ່ກ່ຽວພັນກັບການຄ້າ ເຊັ່ນການຂົນສົ່ງທາງລົດ, ການບັນທຸກສິນຄ້າ ແລະ ທາງລົດໄຟ; ແລະ ໂຄງລ່າງທີ່ພົວພັນກັບການຄ້າທີ່ດີກວ່າເກົ່າ. ສຳລັບຫຼາຍໆປະເທດທີ່ມີ ລາຍຮັບຕ່ຳ ຂໍ້ຈຳກັດແບບບັງຄັບ ສ່ວນໃຫຍ່ ແມ່ນການບໍລິການດ້ານການລຳລຽງຂົນສົ່ງ ແລະ ລະບົບການສົ່ງສິນຄ້າຜ່ານຕ່າງປະເທດ. ເຖິງວ່າຜົນການປະຕິບັດງານດີກວ່າຕົວຊີ້ວັດອື່ນໆ. ການປັບປຸງໂຄງລ່າງດ້ານການຄ້າ ສ່ວນໃຫຍ່ຖືກພິຈາລະນາ ເປັນບຸລິມະສິດສຳລັບປະເທດ ສຳລັບບັນດາປະເທດທີ່ມີລາຍຮັບປານກາງ.

ກຸ່ມທະນາຄານໂລກ ມີໂຄງການຈຳນວນໜຶ່ງ ທີ່ຖືກອອກແບບເພື່ອປັບປຸງການລຳລຽງຂົນສົ່ງສິນຄ້າ ໃນບັນດາປະເທດກຳລັງພັດທະນາ. ໂຄງການ ສຳລັບອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ຂອງອາຟຣິກາຕາເວັນອອກ ມູນຄ່າ 250 ລ້ານ US$ ໄດ້ປັບປຸງໂຄງລ່າງ ທາງຜ່ານ ແລະ ໄດ້ປັບປຸງການຂ້າມແດນຕົ້ນຕໍ ລະຫວ່າງ ອູການດາ ແລະ ເຄນຍາ ຢູ່ ມາລາບາ, ຊຶ່ງພາໃຫ້ຫຼຸດຜ່ອນເວລາຂ້າມແດນ ຈາກສາມມື້ ເປັນ ສາມຊົ່ວໂມງ. ຢູ່ ຕູນີຊີ, ການປະຕິບັດງານມູນຄ່າ 250 ລ້ານ US$ ກຳລັງປັບປຸງຄວາມສາມາດແຂ່ງຂັນ ດ້ວຍການຫຼຸດຜ່ອນ ຄ່າການຄ້າ ແລະ ຫຼຸດຂັ້ນຕອນການແຈ້ງເສຍພາສີຊາຍແດນ. ແລະ ໃນ ອາຟການີສຖານ, ທະນາຄານໂລກ ໄດ້ປະກອບທຶນໃຫ້ໂຄງການ ຈຳນວນ 31.2 ລ້ານ US$ ເພື່ອຫັນ ສີ່ດ່ານຊາຍແດນໃຫຍ່ ໃຫ້ທັນສະໄໝ ແລະ ເປັນລະບົບຄອມພິວເຕີ, ເຊິ່ງເພີ່ມລາຍຮັບພາສີ ຈາກ 50 ລ້ານ US$ ເມື່ອໂຄງການໄດ້ເລີ່ມຕົ້ນ ໃນປີ 2004 ເຖິງ ຫຼາຍກວ່າ 399 ລ້ານ US$ ໃນປີ 2008.

ພ້ອມດຽວກັນນັ້ນ, ທະນາຄານໂລກຍັງດຳເນີນງານກັບ IBM, ໄມໂຄຣຊອຟ ແລະ ສະຫະພັນຈັດສົ່ງດ່ວນທົ່ວໂລກ ເຊິ່ງເປັນສ່ວນໜຶ່ງ ຂອງການ ຮ່ວມງານ ພາກລັດ-ພາກເອກະຊົນ ກ່ຽວກັບ “ການຊ່ວຍເຫຼືອ ໃນການອຳນວຍຄວາມສະດວກທາງດ້ານການຄ້າ”. ວັດຖຸປະສົງນີ້ ແມ່ນເພື່ອ ພັດທະນາໂຄງການທົດລອງ ໃນບັນດາປະເທດກຳລັງພັດທະນາ ທີ່ນຳໃຊ້ ການແກ້ໄຂບັນຫາແບບໃໝ່ ທາງດ້ານ IT ເພື່ອຫຼຸດຜ່ອນຂັ້ນຕອນ ຂ້າມຊາຍແດນ.

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
Alejandra Viveros
​ໂທລະ​ສັບ: +1(202)473-4306
Aviveros@worldbank.org
ທີ່ ວຽງຈັນ
Victoria Minoian
​ໂທລະ​ສັບ: +856-21-450010
vminoian@worldbank.org



Api
Api

Welcome