Skip to Main Navigation
ຄວາມຄິດເຫັນ 27 ມ.ນ. 2019

ການເຂົ້າເຖິງກາລະໂອກາດດ້ວຍທຶນທາງດ້ານຊັບພະຍາກອນມະນຸດ

ບັນ​ຫາຄວາມ​ທຸກ​ຍາກ ຢູ່ ສ​ປ​ປ ລາວ ​ໄດ້ມີ​ທ່າ​ກ້າວຫຼຸດ​ລົງ ​ເນື່ອງ​ຈາກປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການຈະ​ເລີນເຕີບ​ໂຕ​​​ທາງ​ດ້ານ​ເສດ​ຖະ​ກິດທີ່​ຕໍ່​ເນື່ອງ ໂດຍ​ສະ​ເລ່ຍ 7,8 ເປີ​ເຊັນ ຕໍ່​ປີ ໃນ​ໄລ​ຍະ 10 ປີ ​ທີ່ຜ່ານ​ມາ. ​ເຖິງແມ່ນວ່າ​ ສ​ປ​ປ ລາວ ຈະ​ປະ​ສົບຜົນ​ສຳ​ເລັດ​ຢ່າງ​ໜ້າ​ປະ​ທັບ​ໃຈ ແຕ່ປະ​ຊາ​ຊົນ​ລາວ​ກໍຍັງ​ບໍ່​​ທັນໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​​ປະ​ເທດ​ຢ່າງ​ທົ່ວ​ເຖິງ. ປະ​ຊາ​ຊົນ​ລາວ​ຈະ​ສາ​ມາດ​​ໄດ້​ຮັບ​ຜົນ​ປະ​ໂຫຍດດັ່ງ​ກ່າວຫຼື​ບໍ່​ນັ້ນ ແມ່ນ​ຂຶ້ນ​ກັບ​ໂອ​ກາດ​ໃນ​ການ​ເພີ່ມ​ຊັບ​ສິນ​ ຢ່າງ​ໜຶ່ງ​ທີ່​ພວກ​ເຂົ​າ​ມີຕິດ​ຕົວ ນັ້ນ​ກໍ​ຄື: ທຶນ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂອງ​​ເຂົາເຈົ້າ​ເອງ.

ຈົນ​ເຖິງ​ປະ​ຈຸ​ບັນ ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ແມ່ນ​ຍັງ​ເອື່ອຍ​ອີງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ເປັນ​ຕົ້ນ​ຕໍ, ອັນ​ໄດ້​ສົ່ງ​ຜົນ​ໃຫ້ມີ​ອັດ​ຕາ​ການ​ສູນ​ເສຍ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ​ສູງ ແລະ ​ໄດ້ສ້າງວຽກ​ເຮັດ​ງານ​ທຳ​ທີ່​ມີ​ຄຸນ​ນະ​ພາບ​ຕ່ຳ. ​ລະ​ດັບ​ຄວາມ​ບໍ່​ສະ​ເໝີ​ພາບ​ທີ່​ເພີ່ມ​ຂຶ້ນ ເຊິ່ງ​ເຫັນ​​ໄດ້​ຈາກ​ດັດ​ຊະ​ນີ GINI ຂອງ​ປະ​ເທດ ຊີ້​ໃຫ້​ເຫັນ​ວ່າ ​ຈົນ​ເຖິງ​ປະ​ຈຸ​ບັນການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ ​ແມ່ນ​ຍັງ​ບໍ່​ທົ່ວ​ເຖິງເທົ່າ​ທີ່​ຄວນຈະ​ເປັນ.

ໃນ​ຊຸມ​ປີ​ຕໍ່​ໜ້ານີ້, ເຊິ່ງ​ປະ​ເທດ​ລາວ​ຈະ​ກາຍ​ເປັນ​ສູນ​ກາງ​ເຊື່ອມ​ຕໍ່​ທາງ​ດ້ານ​ເສດ​ຖະ​ກິດ​ຂອ​ງ​ພາກ​ພື້ນ, ສ​ປ​ປ ລາວ ​ຈຳ​ເປັນ​ຕ້ອງ​ໄດ້​ເບິ່ງ​ແຮງ​ຂັບ​ເຄື່ອນການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ແບບ​ໃໝ່ໆ ເຊັ່ນ: ​ຂະ​ແໜງການ​ບໍ​ລິ​ການ ແລະ ຂະ​ແໜງ​ການ​ທີ່​ໃຊ້​ທັກ​ສະ​ສູງ. ການ​ລົງ​ທຶນ​ເຂົ້າ​ໃສ່​​ວຽກ​ງານ​ທີ່​ສ້າງທຶນ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເຊັ່ນ: ການ​ສົ່ງ​ເສີມຄວາມ​ຮູ້, ທັກ​ສະ ແລະ ​ສຸ​ຂະ​ພາບ ທີ່​ປະ​ຊາ​ຊົນ​ຈະ​ເກັບ​ສະ​ສົມ​ໃນ​ຊ່ວງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ​ແມ່ນ​ມີ​ຄວາມ​ສຳ​ຄັນ​ເໜືອ​ສິ່ງ​ອື່ນ​ໃດ.

​ໃນເດືອນຕຸ​ລາ ທີ່​ຜ່ານ​ມາ, ທະ​ນາ​ຄານ​ໂລກ ໄດ້​ເຜີຍ​ແຜ່ດັດ​ຊະ​ນີ​ຂອງ​ທຶນ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ (HCI) ເຊິ່ງ​ພະ​ຍາ​ຍາມ​ວັດ​ແທກວ່າ​ ຈາກ​ການ​ລົງ​ທຶນ​ໃສ່​ການ​ພັດ​ທະ​ນາ​ຄົນພາຍ​ໃນ​ປະ​ເທດ ບັນ​ດາ​ປະ​ເທດ​ຕ່າງໆໄດ້ມີ​ຄວາມ​​ສາ​ມາດ​ຮັບ​​ໝາກ​ຜົນ​ທາງ​ດ້ານ​ເສດ​ຖະ​ກິດຫຼາຍ​ໜ້ອຍເທົ່າ​ໃດ. ​ດັດ​ຊະ​ນີ​ດັ່ງ​ກ່າວໄດ້ວັດ​ແທກວ່າ ເດັກ​ເກີດ​ໃໝ່​​ໃນມື້ນີ້​ສາ​ມາດ​ຄາດ​ຫວັງ​ຈະ​​ມີ​ທຶນ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຫຼາຍ​ໜ້ອຍ​ພຽງ​ໃດເມື່ອ​​ອາ​ຍຸໄດ້ 18 ປີ​ ​ໂດຍ​ອີງ​ໃສ່​ສະ​ຖາ​ນະ​ພາບ​ທາງ​ດ້ານ​ສາ​ທະ​ລະ​ນະ​ສຸກ ແ​ລະ ການ​ສຶກ​ສາ​ພາຍ​ໃນ​ປະ​ເທດນັ້ນໆ​ເອງ. ໜຶ່ງ​ໃນ​ເປົ້າ​ໝາຍ​ຂອງ ດັດ​ຊະ​ນີ HCI ແມ່ນ​ເພື່ອ​ສະ​ໜອງ​ເຄື່ອງ​ມືໃຫ້​​ແກ່ປະ​ເທດ​ຕ່າງໆ ເພື່​ອນຳ​ໃຊ້​ເຂົ້າ​ໃນ​ການ​ກຳ​ນົດເປົ້າ​ໝາຍ ແລະ ວັດ​ແທກ​ຄວາມ​ຄືບ​ໜ້າ​​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານໃນ​ຕໍ່​ໜ້າ. ດັດ​ຊະ​ນີ HCI ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ທາງ​ດ້ານຜະ​ລິດ​ຕະ​ຜົນ​ຂອງ​ກຳ​ລັງ​ແຮງ​ງານ​ໃນ​ອ​ະ​ນາ​ຄົດ​ໂດຍ​ວັດ​ແທກ​ຈາກ​ເດັກ​ນ້ອຍ​​ທີ່ເກີດ​ໃນ​ວັນ​ນີ້ ​ແລ້ວສົມທຽບ​ໃສ່​​ຜົນ​ຮັບທີ່​ໄດ້​ມາ​ຈາກ​ການ​ສົມ​ມຸດ​ຖານ​ທີ່​ວ່າ ຖ້າ​ຫາກເດັກ​ນ້ອຍ​ຜູ້ນັ້ນ​​ໄດ້​ຮັບ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່​ຄົບ​ຖ້ວນ ແລະ ການ​ສຶກ​ສາ​ທີ່​ສົມ​ບູນແລະ ມີ​ຄຸນນ​ະ​ພາບ​ສູງ ເດັກ​ນ້ອຍ​​ຜູ້ນັ້ນ​ຈະ​ເປັນ​ແນວ​ໃດ? ແລ້ວ​ໃຫ້​ຄະ​ແນນແຕ່ 0 ຫາ 1, ໂດຍ​ທີ່ 1 ແມ່ນ​ຄະ​ແນນ​ທີ່​ດີ​ທີ່​ສຸດ.

​ແລ້ວ ສ​ປ​ປ ລາວ ໄດ້​ຄ​ະ​ແນນ​ເທົ່າ​ໃດ​ໃນ ດັດ​ຊະ​ນີ HCI? ຜົນ​ໄດ້​ຮັບ ​ໄດ້​ຊີ້​ໃຫ້​ເຫັນທັງ​ຈຸດ​ດີ ແລະ ​ຈຸດ​ທີ່​ຄວນນຳ​ໄປ​ປັບ​ປຸງ. ສ​ປ​ປ ລາວ ມີ​ຄວາມ​ຄືບ​ໜ້າ​ໃນ​ທຸກໆ​ຕົວ​ຊີ້​ວັດ HCI. ​ໃນ​ລະ​ຫວ່າງ ປີ 2012 ຫາ 2017, HCI ຂອງ ສ​ປ​ປ ລາວ ໄດ້​ຊີ້​ໃຫ້​ເຫັນ​ວ່າ ມີການ​ປັບ​ປຸງໂດຍ​ມວນ​ລວມ​ ໂດຍ​ມີ​ຄະ​ແນນ​ເພີ່ມຈາກ 0.41 ເປັນ 0.45. ​ເຖິງ​​ວ່ານີ້​ເປັນ​ບາດ​ກ້າວ​ໃນ​ທາງບວກ, ດັດ​ຊະ​ນີ HCI ຂອງ​ລາວ ຍັງ​ຖື​ວ່າ​​ຕ່ຳ​ກວ່າ​ລະ​ດັບຄະ​ແນນ​ສະ​ເລ່ຍ​​ໃນ​ພາກ​ພື້ນ ແລະ ຕ່ຳ​ກວ່າບັນ​ດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ໃນ​ລະ​ດັບ​ຄ້າຍ​ຄື​ກັນ.

ຜົນ​ໄດ້​ຮັບສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ລາວຍັງ​ຈະ​ຕ້ອງ​​​ໄດ້ສືບ​ຕໍ່​​ພັດ​ທະ​ນາ​ທັກ​ສະ​ຂອງ​ປະ​ຊາ​ຊົນ. ອີງຕາມ​ສະ​ຖາ​ນະ​ພາບ​ໃນ​ປະ​ຈຸ​ບັນ, ເດັກ​ນ້ອຍ​ທີ່​ເກີດ​ຢູ່ ສ​ປ​ປ ລາວ ໃນມື້ນີ້ ແມ່ນ​​ມີ​ທ່າ​ແຮງ​ທາງ​ດ້ານຜະ​ລິດ​ຕະ​ຜົນ​ຂອງ​ກຳ​ລັງ​ແຮງ​ງານໜ້ອຍ​ກວ່າ​ເຄິ່ງ ຖ້າ​ທຽບ​ໃສ່​ເດັກ​ທີ່​ໄດ້​ຮັບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ແລະ ການ​ສຶກ​ສາ​ທີ່​ສົມ​ບູນ. ປະ​ເທດ​ລາວຍັງ​ຈະ​ສາ​ມາດ​ສ້າງ ແ​ລະ ຮັບຜົນ​ປະ​ໂຫຍດ​ຢ່າງຫຼວງຫຼ​າຍ​​ໄດ້ ຖ້າ​​​ວາງ​ແຜນລົງ​ທຶນ​​ໃສ່​​​ແຜນ​ງານ​ທີ່​ຖືກ​ຕ້ອງ​ເໝາະ​ສົມ. 

​ຕໍ່​ກັບ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ, ​ບັນ​ຫາເດັກ​ຂອດ (ເດັກ​ຕ່ຳ​ກວ່າ​ມາດ​ຕະ​ຖານ) ຍັງ​ຄົງ​ເປັນ​ບັນ​ຫາຄົງ​ຄ້າງຊ້ຳ​ເຮື້ອ ເຊິ່ງ​​ກວມ​ເອົາ 33 ເປີ​ເຊັນ ຂອງ​ຈຳ​ນວນ​ເດັກ​ນ້ອຍ​​​ທົ່ວ​ປະ​ເທດ ​ຖື​ວ່າ​​ເປັນ​ອັດ​ຕາ​ສ່ວນ​ທີ່​ສູງຫຼາຍ​ຖ້າ​ທຽບ​ໃສ່​ບັນ​ດາປະ​ເທດ​​ຢູ່​ໃນ​ພາກ​ພື້ນ. ນອກ​ຈາກນີ້ ຍັງ​ມີ​ຄວາມ​ແຕກ​ໂຕນ​ກັນຫຼາຍ​ໃນ​ແຕ່​ລະ​ພູ​ມີ​ພາກ​ຂອງ​ປະ​ເທດ ແລະ ໃນ​ແຕ່​ລະ​ກຸ່ມ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ແຕກ​ຕ່າງ​ກັນ. ຍົກ​ຕົວ​ຢ່າງ ຢູ່​ແຂວງ ຜົ້ງ​ສາ​ລີ 54 ເປີ​ເຊັນ ຂອງ​ເດັກ​ນ້ອຍ​ແມ່ນ​ເປັນ​ເດັກ​ຂອດ ທຽບ​ໃສ່ ນະ​ຄອນຫຼວງວຽງ​ຈັນ ​ທີ່​ມີ​ເດັກ​ຂອດກວມ 13.6 ​ເປີ​ເຊັນ. ແລະ ອັດ​ຕາ​ສ່ວນ​ເດັກ​ຂອດ ໃນ​ກຸ່ມ​​ເດັກ​ນ້ອຍຊົນ​ເຜົ່າມົ້ງ-ມ້ຽນ ແມ່ນກວມ 50 ເປີ​ເຊັນ ທຽບ​ໃສ່ ​ກຸ່ມ​ຊົນ​ເຜົ່າ​ລາວ-ໄຕ ເຊິ່ງກວມ​ເອົາ 23 ເປີ​ເຊັນ. ​​ການ​ເປັນ​ເດັກ​ຂອດ ໄດ້​ສົ່ງຜົນ​ກະ​ທົບທາງ​ລົບຕໍ່​ຄວາມ​ອາດ​ສາ​ມາດ​ໃນ​ການ​ປະ​ສົບ​​ຜົນສຳ​ເລັດ​ໃນ​ຊີ​ວິດ​ຂອງ​ບຸກ​ຄົນ​ໃນ​ໄລ​ຍະ​ຍາວ ​ເຊິ່ງ​ເຮັດ​ໃຫ້​​ບຸກ​ຄົນຕົກ​ຢູ່​ໃນວົງ​ຈອນ​ຂອງ​ຄວາມ​ທຸກ​ຍາກ.

​ດ້ານ​ການ​ສຶກ​ສາ, ເດັກ​ນ້​ອຍ​​ຢູ່ ສ​ປ​ປ ລາວ ສາ​ມາດ​​ສຳ​ເລັດການ​ສຶກ​ສາ​ໃນ​ໂຮງ​ຮຽນ​ໄລ​ຍະ 10.8 ປີ ກ່ອນ​ອາ​ຍຸ 18 ປີ. ​ແຕ່ ເມື່ອ​​ປັບ​ໃສ່​ເກນ​ການ​ຮຽນ​ຮູ້​ທີ່​ມີ​ຄຸນ​ນະ​ພາບ ປີ​ຮຽນ​ແມ່ນ​ສະ​ເລ່ຍ​ຕົກຢູ່​ທີ່ 6.4 ປີ ເຊິ່ງ​ມັນ​ຊີ້​ໃຫ້​ເຫັນ​ວ່າ ຄຸນ​ນະ​ພາບ​ຂອງ​ການ​ສຶກ​ສາ​ຕ້ອງ​ໄດ້​ຖືກ​ປັບ​ປຸງ​ເພື່ອ​ໃຫ້​ກົງ​ກັບ​ຜົນ​ສຳ​ເລັດ​​ທີ່​ໄດ້​ຮັບຈາກ​ການ​ຂະ​ຫຍາຍ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ. ອັດ​ຕາ​ການ​ຮູ້​ໜັງ​ສື ແລະ ການ​ອອກ​ໂຮງ​ຮຽນ​ຍັງ​ມີ​ສູງ.

ປະ​ເທດ​ລາວ ໄດ້​ມີ​ການ​ລົງ​ທຶນ​ທີ່​ສຳ​ຄັນໃນຫຼາກຫຼາຍ​ດ້ານ. ໂດຍ​ຮ່ວມ​ມື​ກັບ​ທະ​ນາ​ຄານ​ໂລກ, ລັດ​ຖະ​ບານ​ກຳ​ລັງ​ນຳ​ໃຊ້​ບັນ​ດາ​ບົດ​ຮຽນ​ຈາກ​ສາ​ກົນ ​ໂດຍ​ສະ​ເພາະຈາກ​ບັນ​ດາ​ປະ​ເທດ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການຫຼຸດ​ຜ່ອນ​ບັນ​ຫາ​ການ​ຂາດ​ສານ​ອາ​ຫານ. ​​ນອກ​ຈາກນີ້, ສ​ປ​ປ ລາວ ກໍກຳ​ລັງ​ທົດ​ລອງວິ​ທີ​ການ​ໃໝ່​​ ຢູ່ບັນ​ດາ​ແຂວງ​ທີ່​ມີ​ອັດ​ຕາ​ເດັກ​ຂອດ​ສູງ​ທີ່ສຸດ. ​ວິ​ທີ​ການໃໝ່​ດັ່ງ​ກ່າວ ​ໄດ້​​ແນໃສ່​​ບັນ​ດາຄອບ​ຄົວ ແ​ລະ ເມືອງ​ດຽວ​ກັນ ​ສຳ​ລັບການ​ແກ້​ໄຂ​ການ​ຂາດ​ສານ​ອາ​ຫານ ແລະ ເດັກ​ຂອດ ເພື່​ອ​ສະ​ໜອງ​​ປັດ​ໄຈທາງ​ດ້ານຄວາມ​ຕ້ອງ​ການ ແລະ ການ​ສະ​ໜອງ​​ທີ່​​ກ່ຽວ​ພັນ​ກັບ​ບັນ​ຫາ​ການ​ຂາດ​ສານ​ອາ​ຫານ.

ບັນ​ດາ​ວິ​ທີ​ການ​ໃໝ່​ດັ່ງ​ກ່າວ ແລະ ການ​ສືບ​ຕໍ່ນຳ​ເອົາ​ບົດ​ຮຽນ​​ຜົນ​ສຳ​ເລັດ​ຈາກ​ທົ່ວ​ໂລກ​ມາໝູນໃຊ້​ ຈະ​ເປັນ​ຂໍ​ກຸນ​ແຈ​ສຳ​ຄັນ​​ຕໍ່ການ​​ປະ​ຕິ​ຮູບທຶນ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດຂອງ ສ​ປ​ປ ລາວ. ເພື່​ອ​ໃຫ້​ໄດ້​​ມາ​ເຊິ່ງ​ໝາກ​​ຜົນ​​ເປັນ​ຈິງ ວຽກ​ງານ​ດັ່ງ​ກ່າວ​ແມ່ນ​ຈຳ​ເປັນ​ຕ້ອງ​ໃຊ້​ເວ​ລາ ເພາະ​ມັນ​ບໍ່​ມີ​​ວິ​ທີການ​ແກ້​ໄຂ​ແບບຮີບ​ດ່ວນ. ໃນ​ຂະ​ນະ​ດຽວ​ກັນ ເຮົາ​ກໍ​ບໍ່​ຄວນ​ປະ​ຖິ້ມ​ເວ​ລາ​ໃຫ້​ເສຍ​ໄປ. ຖ້າ​ລັດ​ຖະ​ບານ​ຂັ້ນສູນ​ກາງ ແລະ ທ້ອງ​ຖິ່ນ​ເລັ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​​ຕັ້ງ​ແຕ່ມື້ນີ້ ຊຸມ​ຊົນ​​ກໍຈະ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ຂຶ້ນ ແລະ ຈະ​ມີ​ການ​ສຶກ​ສາ​ທີ່​ດີ​ຂຶ້ນ, ພວກ​ເຂົາ​​ກໍຈະ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຂະ​ບວນ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ, ຈະ​ສາ​ມາດປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ ແລະ ຈະ​ເປັນ​ຄົນ​ທີ່ມີ​ປະ​ສິດ​ທິ​ຜົນ​ຍິ່ງ​ຂຶ້ນ.

ໃນ​ຊຸມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໄດ້​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ ສ​ປ​ປ ລາວ. ເພື່ອ​ສະ​ໜັບ​ສະ​ໜູນ​ການ​ເຕີບ​ໂຕ​​ທີ່​ເຂັ້ມ​ແຂງ​ໃນ​ໄລ​ຍະ​ຍາວໃຫ້​ຍືນ​ຍົງ ແລະ ທົ່ວ​ເຖິງ, ປະ​ເທດ​ລາວ​ຕ້ອງ​​ໄດ້ສຸມ​ໃສ່​ວຽກ​ງານ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຂະ​ຫຍາຍ​ເສດ​ຖະ​ກິດ​ໃຫ້​ແຕກ​ແໜງ​ອອກ​ເປັນຫຼາຍ​ຂະ​ແໜງ​ການ. ປະ​ຊາ​ກອນ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ ມີ​ທັກ​ສະ​ທີ່​ດີ ຈະ​ສາ​ມາດ​ຊ່ວຍ ສ​ປ​ປ ລາວ ເຂົ້າ​ເຖິງ​ກາ​ລະ​ໂອ​ກາດ​ທີ່​ມີ​ໃນ​ພາກ​ພື້ນ​ທີ່​​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ ແລະ ຈະ​ປະ​ສົບ​ຜົນ​ສຳ​ເລັດ​ທາງ​ດ້ານ​ເສດ​ຖະ​ກິດ​ໃນ​ອະ​ນາ​ຄົດ.

Api
Api