Skip to Main Navigation
ເລື່ອງພົ້ນເດັ່ນ 17 ຕ.ລ. 2021

ຢຸດຕິຄວາມທຸກຍາກ — ສ້າງເສດຖະກິດທີ່ທົນທານກວ່າເກົ່າ

Image

Lao mothers receive nutritious food preparation training from the Poverty Reduction Fund 


ທ່ານ ອາເລັກຊານເດີ ເຄຼມເມີ (Alex Kremer) ເປັນ​ຜູ້​ຕາງ​ໜ້າ ທະ​ນາ​ຄານ​ໂລກ​ປະ​ຈຳ ສ​ປ​ປ ລາວ ຜູ້​ໃໝ່ ແລະ ໄດ້​ຍື່ນ​ສານ​ການ​ແຕ່ງ​ຕັ້ງ​ຕໍ່ ລັດ​ຖະ​ບານ​ລາວ ໃນ​ເດືອນ ກັນ​ຍາ. ກ້ອ​ນ​ໜ້າ​ນີ້, ທ່ານ ອາ​ແລັກ​ສ໌ ໄດ້ ເຮັດ​ໜ້າ​ທີ່​ເປັນ ຜູ້​ຕາງ​ໜ້າ​ທະ​ນາ​ຄານ​ໂລກ​ປະ​ຈຳ ເບ​ລາ​ຣູ​ສ໌, ມໍ​ໂດ​ວາ (2014-17), ສາ​ທາ​ລະ​ນະ​ລັດ​ເຄີ​ກີ​ສ ແລະ ເທີ​ກ​ເມ​ນິ​ສ​ຖານ.

ວັນ​ທີ 17 ຕຸ​ລາ ແມ່ນ ວັນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ສາ​ກົນ ຫຼື ດັ່ງ​ທີ່ຫຼາຍ​ຄົນ​ຮູ້ ເປັນ ວັນ​ຢຸດ​ຕິ​ຄວາມ​ທຸກ​ຍາກ ເຊິ່ງ ເປັນ​ໜຶ່ງ​ໃນ​ວັນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຕິ​ທິນ ສຳ​ລັບ​ຜູ້​ຄົນ​ທີ່​ເຮັດ​ວຽກ​ຢູ່​ອົງ​ການ​ຈັດ​ຕັ້ງ​ຂອງ​ລັດ​ຖະ​ບານ ແລະ ອົງ​ການ​ເພື່ອ​ການ​ພັດ​ທະ​ນາ​ໃນ​ທົ່ວ​ໂລກ.  

​ຂ້າ​ພະ​ເຈົ້າ​ຂໍ​ຊີ້​ແຈ້ງ​ໃຫ້​ຊັດ​ເຈນ​ວ່າ: ຄວາມ​ທຸກ​ຍາກ ບໍ່​ແມ່ນ​ບັນ​ຫາ​ສະ​ເພາະ​ເຈາະ​ຈົງ​ຂອງ ສ​ປ​ປ ລາວ ແລະ ກໍ​ບໍ່​ແມ່ນ​ບັນ​ຫາ​ສ​ະ​ເພາະ​ຂອງ​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາກວ່າ​ປະ​ເທດ​ອື່ນໆ. ຄົນ​ທຸກ​ຍາກ​ມີ​ຢູ່​ທຸກ​ຫົນ​ແຫ່ງ​ໃນ​ທົ່ວ​ໂລກ, ສ່ວນ​ໃຫຍ່​ແມ່ນ​ອາ​ໃສ​ຢູ່​ເມືອງ​ຮັ່ງ​ມີ​ທີ່​ສຸດ ທີ່​ມວນ​ມະ​ນຸດ​ໄດ້​ສ້າງ​ຂຶ້ນ.

ອັນ​ນີ້​ເປັນ​ບັນ​ຫາ​ທີ່​ພວກ​ເຮົາ​ທຸກ​ຄົນ​ຄວນ​ເອົາ​ໃຈ​ໃສ່ ເພາະ​ໃນ​ໂລກ​ນີ້​ແມ່ນ​ມີ​ຊັບ​ພະ​ຍາ​ກອນ​ພຽງ​ພໍ​ເພື່ອ​ໃຫ້​ທຸກ​ຄົນ​ສາ​ມາດ​ດຳ​ລົງ​ຊີ​ວິດ​ຢ່າງ​ສະ​ດວກ​ສະ​ບາຍ ໂດຍ​ບໍ່​ຕ້ອງ​ຂາດ​ແຄນ​ອາ​ຫານ, ຫຼັງ​ຄາ​ເຮືອນ​ໃຫ້​ພັກ​ເຊົ່າ, ການ​ສຶກ​ສາ, ການ​ບໍ​ລິ​ການ​ສຸ​ຂະ​ພາບ ແລະ ຕົວ​ຊີ້​ວັດ​ອື່ນໆ​ທີ່​ນຳ​ໃຊ້​ເພື່ອ​ກຳ​ນົດ​ລະ​ດັບ​ຄວາມ​ທຸກ​ຍາກ. ໃນ​ວັນ​ຢຸດ​ຕິ​ຄວາມ​ທຸກ​ຍາກ, ພວກ​ເຮົາ​ພະ​ຍາ​ຍາມ​ເພີ່ມ​ຄວາມ​ຮັບ​ຮູ້-ປູກ​ຈິດ​ສຳ​ນຶກ​ກ່ຽວ​ກັບ​ປະ​ເດັນ​ນີ້ ແລະ​ ລະ​ດົມ​ການ​ລົງ​ມື​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ.

ຄຳ​ຂວັນ​ຂອງ​ປີ​ນີ້​ແມ່ນ "ການ​ສ້າ​ງ​ສາ ແລະ ກ້າວ​ໜ້າ​ໄປ​ພ້ອມ​ກັນ: ການ​ຢຸດ​ຕິ​ຄວາມ​ທຸກ​ຍາກທີ່​ຊຳ​ເຮື້ອ, ການ​ເຄົາ​ລົບ​ທຸກ​ຄົນ ແລະ ໜ່ວຍ​ໂລກ​ຂອງ​ພວກ​ເຮົາ." ອັນ​ນີ້​ໝາຍ​ຄວາ​ມວ່າ: ພວກ​ເຮົາ​ຕ້ອງ​ສ້າງ​ສາ​ຟື້ນ​ຟູ​ສັງ​ຄົມ​ໃຫ້ເຂັ້ມ​ແຂງກວ່າ​ເກົ່າ, ທົນ​ທານກວ່າ​ເກົ່າ ທ່າມ​ກາງ​ສະ​ພາບ​ການ​ລະ​ບາດ COVID-19 ຄຽງ​ຄູ່​ກັບ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ທີ່​ຊຳ​ເຮື້ອ, ການ​ຮັບ​ມື​ກັບ ຄວ​າມ​ທ້າ​ທາຍ​ຂອງ​ການ​ປ່ຽນ​ແປງ​ສະ​ພາ​ບ​ດິນ​ຟ້າອາ​ກາດ​ໃນ​ໂລກ ແລະ ການ​ບັນ​ລຸ​ໄດ້ ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ (Sustainable Development Goals ຫຼື SDGs).

ທະ​ນາ​ຄານ​ໂລກ​ ເປັນ​ພຽງ​ຄູ່​ຮ່ວມ​ງານ​ໜຶ່ງ​ຂອງລັດ​ຖະ​ບານ ໂດຍ​ສະ​ໜັບ​ສະ​ໜູນ ກອງ​ທຶນ​ພັດ​ທະ​ນາ​ຄວາມ​ທຸກ​ຍາກ ເຊິ່ງ ໄດ້​ນຳ​​ໄປສູ່​ການ​ປ່ຽນ​ແປງ​ໃນ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ໃນ​ບັນ​ດາ​ເມືອງ​ບູ​ລິ​ມະ​ສິດ​ໃນ​ທົ່ວ​ປະ​ເທດ. ອັດ​ຕາ​ຄວາມ​ທຸກ​ຍາກ​ໃນ ສ​ປ​ປ ລາວ ໄດ້​ຫລຸດ​ລົງ​ຈາກ 46% ເປັນ​ປະ​ມານ 18% ໃນ​ໄລ​ຍະ 30 ປີກວ່າ ແລະ ກອງ​ທຶນ​ດັ່ງ​ກ່າວ​ກໍ​ໄດ້​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ບັນ​ລຸ​ຜົນ​ຮັບ​ນີ້.  

ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ເປັນ​ເຄື່ອງ​ມື​ສຳ​ຄັນ​ໃນ​ຄວາມ​ພະ​ຍາ​ຍາມຂອງ ສ​ປ​ປ ລາວ​ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDGs) ແລະ ທະ​ນາ​ຄານ​ໂລກ ໄດ້​ເນັ້ນ​ໜັກ ໃນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ ແລະ ໂພ​ຊະ​ນະ​ການ​ຢູ່​ໃນ​ຊຸມ​ຊົນ​ທຸກ​ຍາກ ຄຽງ​ຄູ່​ກັບ ການ​ຜະ​ລິດ​ກະ​ສິ​ກຳ​ທີ່​ດີ​ຂຶ້ນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ຂາຍ​ຜົນ​ລະ​ປູກເພີ່ມ​ເຕີມ. ຈຸດ​ປະ​ສົງ​ເຫຼົ່າ​ນີ້​ສອດ​ຄ່ອງ​ກັບ ເປົ້າ​ໝາຍ​ທົ່ວ​ໄປ​ຂອງ ກະ​ຊວງ​ຕົ້ນ​ຕໍ​ທີ່ເປັນ​ເຈົ້າ​ການ​ຄຸ້ມ​ຄອງກອງ​ທຶນ​ດັ່ງ​ກ່າວ ຄື ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ແລະ ທະ​ນາ​ຄານ​ໂລກ. ທັງ​ສອງ​ສະ​ຖາ​ບັນ​ເຊື່ອ​ວ່າ ການ​ຄຸ້ມ​ຄອງ​ປ່າ​ໄມ ແລະ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ປັບ​ປຸງໃຫ້​ດີ​ຂຶ້ນ​ນັ້ນ ​ບໍ່​ແມ່ນ​ມີ​ຄວາມ​ຈຳ​ເປັນ​ສະ​ເພາະ​ແຕ່ ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ໃນ ສ​ປ​ປ ລາວ ​ເທົ່າ​ນັ້ນ, ແຕ່​ຍັງ​ມີ​ຄວາມ​ຈຳ​ເປັນ ໃນ​ການ​ສ້າງ ເສດ​ຖະ​ກິດ​ສີ​ຂຽວ, ທົນ​ທານ ແລະ ສົມ​ດູນ​ທີ່​ມີ​ຄວາມ​ພ້ອມກວ່າ​ເກົ່າ​ຕໍ່​ວິ​ກິດ​ການ​ໃນ​ອະ​ນາ​ຄົດ.

ເຖິງ​ແມ່ນ​ວ່າ​ສະ​ພາບ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19 ​ຈະໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃນ​ວຽກ​ງານ​ຕ່າງໆ, ໃນ​​ຫວ່າງ​ບໍ່​ດົນ​ມາ​ນີ້ ກອງ​ທຶນຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ (PRF) ໄດ້​ບັນ​ລຸ​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ ໃນ​ການ​ຈັດ​ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ສຳ​ລັບ​ແຮງ​ງານ​ຢູ່​ເຂດ​ຊົນ​ນະ​ບົດ ລວມ​ທັງ ແຮງ​ງານ​ລາວ​ທີ່​ກັບ​ຄືນ​ມາ​ປະ​ເທດ ພ້ອ​ມ​ທັງ​ ການ​ສໍ່​ສ້າງ ແລະ ບຳ​ລຸງ​ຮັກ​ສາ​ພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ນ້ອຍ​ຂອງ​ຊຸມ​ຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ. ວິ​ທີ​ການ​ນີ້ ບໍ່​ພຽງ​ແຕ່​ສ້າງ​ລາຍ​ໄດ້​ໃຫ້​ແກ່​ຊາວ​ບ້ານ​ເພື່ອ​ແລກ​ກັບ​ແຮງ​ງານ​ຂອງ​ພວກ​ເຂົາ​ເຈົ້າ ແຕ່​ຍັງ​ເຮັດ​ໃຫ້​ພວກ​ກ່ຽວ​ມີ​ຄວາມ​ພາກ​ພູມ​ໃຈ ກໍ​ຄື ການຮັກ​ສາ​ພື້ນ​ຖານ​ໂຄງ​ລ່າງ​ດັ່ງ​ກ່າວ. ຕົວ​ຢ່າງ, ກຸ່ມ​ບຳ​ລຸງ​ຮັກ​ສາ​ເສັ້ນ​ທາງ ທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ 6 ແຂວງ​ນັ້ນ ໄດ້​ຈ່າຍ​ຄ່າ​ແຮງ​ງານ​ໃຫ້​ແກ່ ແມ່​ຍິງ​ທີ່​ມາ​ຈາກ​ຄອບ​ຄົວທີ່​ມີ​ຄວາມ​ຫຍຸ້ງ​ຍາກ-ບໍ່​ສະ​ດວກ​ສະ​ບາຍ ສົມ​ທຽບ​ໃສ່​ຄອບ​ຄົວ​ອື່ນໆ ເພື່ອ​ໃຫ້​ພວກ​ເຂົາ​ອະ​ນາ​ໄມ ແລະ ສ້ອມ​ແປງ​ເສັ້ນ​ທາງ​ຢູ່​ໃກ້​ບ້ານ​ຂອງ​ພວກ​ເຂົາ. ແຜນ​ງານ​ລິ​ເລີ່ມ​ນີ້​ໄດ້ ນຳ​ໄປ​ສູ່​ສະ​ພາບ​ເສັ້ນ​ທາງ​ທີ່​ດີກວ່າ​ເກົ່າ ແລະ ທັງ​ໄດ້​ເປັນ​ແຫຼ່ງ​ລາຍ​ໄດ້​ສຳ​ຄັນ​ສຳ​ລັບ​ບັນ​ດາ​ຄອບ​ຄົວ​ໃນ​ໄລ​ຍະ​ການ​ລະ​ບາດ.

ຕະຫຼອດ​ໄລ​ຍະເວ​ລາ​ສອງ​ປີ​ຜ່​າ​ນ​ມາ, ຄວາ​ມ​ຄືບ​ໜ້າ​ຂອງ ສ​ປ​ປ ລາວ ໃນ​ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ ໄດ້ ທົດ​ຖອຍ​ຍ້ອນ​ຜົນ​ກະ​ທົບ​ຂອງ​ການ​ລະ​ບາດ​ພະ​ຍາດ COVID-19 ຕໍ່​ເສດ​ຖະ​ກິດ. ແຕ່​ໃນ​ຂະ​ນະທີ່​​ການ​ສັກ​ວັກ​ຊີນ​ສືບ​ຕໍ່ຂະ​ຫຍາຍ​ໄປ​ໃນ​ອັດ​ຕາ​ທີ່​ດີ, ປະ​ຊາ​ຊົນ​ລາວ ກໍ​ມີ​ຄວາມ​ຫວັງ​ວ່າ​ຈະ​ສາ​ມາດ​ກັບ​ມາ​ສ້າງ​​ຜົນ​ສຳ​ເລັດ​ດ້ານເສດ​ຖະ​ກິດ​ຂອງ​ຕົນ ​ນັບ​ແຕ່​ປີ​ໜ້າ​ເປັນ​ຕົ້​ນ​ໄປ. ທະ​ນາ​ຄານ​ໂລກ ຈະ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ລາວ ແລະ ພວກ​ເຮົາ​ພວມ​ຄົ້ນ​ຄວ້າ ຍຸດ​ທະ​ສາດ​ທີ່​ດີ​ທີ່​ສຸດ ຮ່ວມ​ກັບ​ລັດ​ຖະ​ບານ ແລະ ຜູ້​ມີ​ສ່ວນ​ຮ່ວມ​ອື່ນໆ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ກ້າວ​ສູ່ [ຍຸດ​ທະ​ສາດ] ຂອບ​ການ​ເປັນ​ຄູ່​ຮ່ວມ​ມື​ກັບ​ປະ​ເທດ​ ໄລ​ຍະ 5 ປີ​ຕໍ່​ໄປ​ສຳ​ລັບ​ປີ 2022-26.

ການ​ທົດ​ຖອຍ​ຂອງ​ເສດ​ຖະ​ກິດ ທີ່​ໄດ້​ທະ​ວີ​ຄູ​​ນຂຶ້ນ​ຍ້ອນ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19 ເປັນ​ໂອ​ກາດ​ໃຫ້​ພວກ​ເຮົາ​ເລີ່ມ​ຕົ້ນ​ໃໝ່ ແລະ ກ້າວ​ໜ້າ​ໄປ​ອີກ​ຄັ້ງ​ດ້ວຍການ​ສານ​ຕໍ່​ຕາມຈຸດ​ປະ​ສົງ ແລະ ວິ​ໃສ​ທັດ​ທີ່​ຊັດ​ເຈນ​ເລັ່ງ​ໃສ່​ຢຸດ​ຕິ​ຄວາມ​ທຸກ​ຍາກ. COVID-19 ໄດ້ເປີດ​ເຜີຍ ຄວາມບອບ​ບາງ ແລະ ຄວາມ​ເຂັ້ມ​ແຂງ​ໃນ​ສັງ​ຄົມ​ຂອງ​ພວກ​ເຮົາ ແລະ ດຽວ​ນີ້​ກໍ່​ເຖິງ​ເວ​ລາ​ໃນ​ການ​ນຳ​ໃຊ້​ຄວາມ​ຮູ້​ທີ່​ເກັບ​ກ່ຽວມ​າ​ໄດ້. ສ​ປ​ປ ລາວ ຈຳ​ເປັນ​ຕ້ອງ​ເພີ່ມ​ຄວາມ​ສະ​ເໝີ​ພາບໃນ​ສັງ​ຄົມ ດ້ວຍ​ການ​ເພີ່ມ​ລາຍ​ຮັບ​ຈາກ​ຜູ້​ທີ່​ມີ​ລາຍ​ໄດ້​ສູງ ແລະ ດ້ວຍ​ການ​ດຶງ​ດູດ​ການ​ລົງ​ທຶນ​ໃນ​ທຸ​ລະ​ກິດ​ທີ່​ລົງ​ທຶນ​ໃສ່​ຄົນ ແລະ ສິ່ງ​ແວດ​ລ້ອມ.

ມີ​ສາມ​ວິ​ທີ​ການ​ບູ​ລິ​ມະ​ສິດ ທີ່​ສາ​ມາດ​ຊ່ວຍ ປະ​ຊາ​ຊົນ​ໃຫ້​ຫລຸດ​ພົ້ນ ຫຼື ຫຼີກ​ລ່ຽງ​ຄວາມ​ທຸກ​ຍາກ​ໃນ ສ​ປ​ປ ລາວ. ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ຖາ​ບັນ​ແຫ່ງ​ຊາດ ທີ່​ເກັບ​ລາຍ​ຮັບ ແລະ ສະ​ໜອງ​ການ​ບໍ​ລິ​ການ ກໍ​ຄື​ການ​ຊ່ວຍ​ເຫຼືອ​ນັ້​ນ ແມ່ນ​ມີ​ຄວາມ​ສຳ​ຄັນ. ໃນ​ເວ​ລາ​ດຽວ​ກັນ, ພວກ​ເຮົາ​ຕ້ອງ​ລົງ​ທຶນ​ໃສ່​ຄົນ, ຍົກ​ລະ​ດັບ​ການ​ສຶກ​ສາ, ຄວາມ​ຮູ້ ແລະ ທັກ​ສະ ກໍ​ຄື ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ສຸ​ຂະ​ພາບ ແລະ ການ​ປະ​ກັນ​ສັງ​ຄົມ​ທີ່​ມີ​ຄຸນ​ນະ​ພາບ. ອົງ​ປະ​ກອບ​ສຳ​ຄັນ​ທີ​ສາມ​ແມ່ນ ການ​ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ທົນ​ທານກວ່າ​ເກົ່າ. ຄົນ​ທຸກ​ຍາກ​ແມ່ນ​ມີ​ຄວາມບອບ​ບາງ​ທີ່​ສຸດ ເມື່ອ​ເກີດ​ມີ​ວິ​ກິດ​ການ ຫຼື ພະ​ຍາດ.  ການ​ປົກ​ປັກ​ຮັກ​ສາ​ປ່າ​ໄມ້ ແລະ ທຳ​ມະ​ຊາດ​ ຊ່ວຍ​ໃນ​ການ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ພະ​ຍາດ ແລະ ໄພ​ພິ​ບັດທາງ​ທຳ​ມະ​ຊາດ ພ້ອມ​ທັງ​ສາ​ມາດ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ຜ່ານ​ການ ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ສັກ​ກະ​ຍະ​ພາບ​ການ​ຜະ​ລິດ​ກະ​ສິ​ກຳ​ທີ່​ດີ​ຂຶ້ນ ແລະ ຜ່ານ​ການ​ບໍ​ລິ​ການ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ທີ່ ດິນດອນ​ຕ່ອນ​ຫຍ້າ​ມອບ​ໃຫ້​ແກ່ ພົນ​ລະ​ເມືອງ ແລະ ເສດ​ຖະ​ກິດ. ທັງ​ໝົດ​ທັງ​ມວນ​ເຫຼົ່າ​ນີ້ ຈະ​ປະ​ກອບ​ສ່ວນຢ່າງ​ມະ​ຫາ​ສານ​ຕໍ່ ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ.


Api
Api