Skip to Main Navigation
BRIEF

ບົດລາຍງານຜົນການຕິດຕາມສະຫວັດດີການຂອງຄົວເຮືອນ ຢູ່ ສປປ ລາວ

Image

Farm workers return home across fields in Oudomxay province

Photo: Aiden Glendinning / World Bank


ສັງລວມຜົນໄດ້ຮັບຈາກການສໍາຫຼວດທາງໂທລະສັບ 6

ທະນາຄານໂລກ ປະຈໍາ ສປປ ລາວ ໄດ້ເລີ່ມການສຳຫຼວດທາງໂທລະສັບແບບໄວ ໃນປີ 2020 ເພື່ອຕິດຕາມຜົນກະທົບຂອງພະຍາດໂຄວິດ-19 ຕໍ່ກັບທາງດ້ານສັງຄົມ ແລະ ເສດຖະກິດຂອງຄົວເຮືອນໃນລາວ. ຫຼັງຈາກການສິ້ນສຸດຂອງພະຍາດລະບາດ, ການສໍາຫຼວດຍັງສືບຕໍ່ເພື່ອໃຫ້ມີຂໍ້ມູນສໍາລັບສິ່ງທ້າທາຍດ້ານເສດຖະກິດຢ່າງຕໍ່ເນື່ອງ.

ຄວາມ​ຫວັງ​ຂອງ​ການ​ຟື້ນ​ຕົວ​ທາງ​ເສດ​ຖະ​ກິດ​ຢ່າງ​ວ່ອງ​ໄວ ຫຼັງ​ຈາກ​ໂລກ​ລະ​ບາດ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ຫລຸດ​ລົງ​ຈາກ​ບັນດາປັດ​ໄຈ​ພາຍ​ໃນ ແລະ ​ພາຍ​ນອກ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ບັນດາຄົວເຮຶອນ ພາຍໃນປະເທດ, ການອ່ອນຄ່າຂອງເງິນ ແລະ ອັດຕາເງິນເຟີ້ທີ່ສູງ, ເປັນຜົນມາຈາກໜີ້ສິນພາຍນອກທີ່ສູງ ແລະ ຄັງສຳຮອງເງິນຕາຕ່າງປະເທດຕໍ່າ, ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ ໂດຍສະເພາະນໍ້າມັນເຊື້ອໄຟ, ອາຫານ ແລະ ຢາທີ່ມີນຳເຂົ້າ. ອັດຕາ​ເງິນ​ເຟີ້​ໃນ​ເດືອນ​ມັງກອນ 2023 ​ສູງເຖິງ 40,3%, ​ໃນ​ຂະນະ​ທີ່​ເງິນ​ກີບ​ໄດ້​ສູນ​ເສຍ 50% ຂອງ​ມູນ​ຄ່າ​ໃນ​ໄລຍະ​ດຽວ​ກັນ​ມາ​ຮອດ​ເດືອນ​ມັງກອນ 2023.

ໃນຂະນະທີ່ໄດ້ມີການເພີ່ມຂຶ້ນຂອງບັນດາກິດຈະກໍາຕ່າງໆເພື່ອກະຕຸ້ນເສດຖະກິດ ໃນບໍ່ດົນມານີ້, ແຕ່ ຄ່າຄອງຊີບທີ່ເພີ່ມຂຶ້ນໄດ້ມີຜົນກະທົບຢ່າງກວ້າງຂວາງ, ແລະ ການສໍາຫຼວດຢ່າງຕໍ່ເນື່ອງເຫຼົ່ານີ້ ໄດ້ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ຜົນກະທົບ ທີ່ມີຕໍ່ກັບບັນດາຄອບຄົວຄົນລາວ. ການສຳຫຼວດຄັ້ງທຳອິດໄດ້ດຳເນີນແຕ່ວັນທີ 20 ມິຖຸນາ - 16 ກໍລະກົດ 2020, ເຊິ່ງເປັນຊ່ວງທີ່ປະເທດລາວຫາກໍ່ຜ່ອນຄາຍມາດຕະການປິດເມືອງທົ່ວປະເທດຄັ້ງທໍາອິດ ອັນເນື່ຶອງມາຈາກການລະບາດຂອງພະຍາດໂຄວິດ-19. ຮອບທີສອງໄດ້ດໍາເນີນແຕ່ວັນທີ 26 ກຸມພາ - ວັນທີ 24 ມີນາ 2021, ເປັນເວລາຫນຶ່ງປີຂອງການລະບາດຂອງພະຍາດໂຄວິດ. ຮອບທີສາມປະຕິບັດວັນທີ 26 ເດືອນເມສາ - ວັນທີ 30 ພຶດສະພາ 2021, ໃນຕົ້ນປີຂອງການປິດເມືອງຄັ້ງທີສອງ, ແລະການສໍາຫຼວດຄັ້ງທີສີ່ໄດ້ດໍາເນີນວັນທີ 25 ເດືອນຕຸລາ - 19 ພະຈິກ 2021, ຍ້ອນວ່າມາດຕະການປິດເມືອງໄດ້ເລີ່ມຜ່ອນຄາຍລົງ. ຮອບທີ 5 ເກີດຂຶ້ນໃນວັນທີ 29 ເມສາ - 23 ພຶດສະພາ 2022, ແລະ ການສຳຫຼວດຄັ້ງທີ່ 6 ລ່າສຸດແມ່ນດໍາເນີນແຕ່ວັນທີ 5 ທັນວາ 2022 - ວັນທີ 4 ມັງກອນ 2023.

ຫນ້າເວັບນີ້ສະຫນອງລິ້ງທີ່ສາມາດເຂົ້າເຖິງຜົນຂອງ ການສໍາຫຼວດທັງຫມົດໃນແຕ່ລະຮອບ, ບວກກັບບົດລາຍງານຕ່າງໆທີ່ກ່ຽວຂ້ອງກັບການໃຫ້ບໍລິການສາທາລະນະ ແລະ ຄວາມຄາດຫວັງຂອງພົນລະເມືອງຕໍ່ກັບການຕອບໂຕ້ຂອງລັດຖະບານຕໍ່ COVID-19, ໂດຍສ່ວນໃຫຍ່ແມ່ນຜົນໄດ້ຮັບຈາກການສໍາຫຼວດຮອບທີສອງ. ສ່ວນການສໍາຫຼວດຮອບທີ 6 ຍັງປະກອບດ້ວຍການສໍາຫຼວດຄຸນນະພາບ, ດໍາເນີນໃນທ້າຍປີ 2022 ເພື່ອໃຫ້ເຫັນໄດ້ຊັດເຈນຂຶ້ນເຖິງຄວາມຮັບຮູ້ ແລະ ເຂົ້າໃຈຂອງປະຊາຊົນໃນເຂດຊົນນະບົດທີ່ມີຕໍ່ກັບ ຜົນກະທົບທາງດ້ານເສດຖະກິດ ແລະ ສັງຄົມ ຈາກພະຍາດລະບາດໂຄວິດ-19 ແລະ ສະພາບເສດຖະກິດທີ່ຊຸດໂຊມລົງ, ໂດຍສະເພາະອັດຕາເງິນເຟີ້ທີ່ເພີ່ມຂຶ້ນ.

ແບບສອບຖາມການສໍາຫຼວດໄດ້ຖືກອອກແບບເພື່ອກວມເອົາບັນດາຫົວຂໍ້ຕ່າງໆເຊັ່ນ: ການເຂົ້າເຖິງອາຫານຫຼັກ, ຄວາມບໍ່ຫມັ້ນຄົງດ້ານສະບຽງອາຫານ, ການຈ້າງງານ, ຜົນກະທົບຂອງອັດຕາເງິນເຟີ້ຕໍ່ຄົວເຮືອນ, ສະພາບທຸລະກິດຄອບຄົວ ແລະ ການກະສິກໍາ, ກິດຈະກໍາທາງເສດຖະກິດ ແລະ ລາຍໄດ້, ກົນໄກການຮັບມື, ແລະການເຂົ້າເຖິງການຊ່ວຍເຫຼືອສັງຄົມ. ຜົນໄດ້ຮັບຂອງຮອບຕໍ່ໆໄປຂອງການສໍາຫຼວດກໍ່ຈະຖືກເຜີຍແຜ່ອອກມາໃຫ້ໄດ້ເຫັນ ພາຍຫຼັງທີ່ມີການລວບລວມຕາມແຕ່ລະໄລຍະ.

ອັດເດດທີ່ຜ່ານມາ: May 09,2023


ສິ່ງທີ່ຄົ້ນພົບຫຼັກ 

  • ການມີວຽກເຮັດງານທໍາ ເຫັນວ່າ: ດີຂຶ້ນເລັກນ້ອຍໃນຫົກເດືອນທ້າຍປີ 2022, ໂດຍຜູ້ອອກແຮງງານ ເຄື່ອນຍ້າຍຈາກຂະແໜງການກະສິກໍາ ໄປສູ່ ຂະແໜງການບໍລິການ. ພົບວ່າ: ຜູ້ອອກແຮງງານທີ່ບໍ່ມີສີມືແຮງງານ ແລະ ຜູ້ອອກແຮງງານໃນເຂດຊົນນະບົດ ໄດ້ຮັບຜົນປະໂຫຍດຈາກການຟື້ນຕົວຂອງຕະຫຼາດແຮງງານ. ສ່ວນຄວາມແຕກໂຕນລະຫວ່າງເພດ ແລະ ກຸ່ມລາຍໄດ້ ແມ່ນມີບໍ່ຫຼາຍ, ເຫັນໄດ້ວ່າຜູ້ອອກແຮງງານເພດຊາຍ ແລະ ຜູ້ອອກແຮງງານທີ່ມີລາຍໄດ້ຕໍ່າ ໄດ້ຮັບຜົນປະໂຫຍດດີກວ່າກຸ່ມອີື່ນເລັກນ້ອຍ.
  • ລາຍໄດ້ຈາກການອອກແຮງງານ ເຫັນວ່າ: ດີຂຶ້ນ ໂດຍສ່ວນແບ່ງຂອງຜູ້ອອກແຮງງານ ທີ່ຈໍາເປັນຕ້ອງເຮັດວຽກທີສອງຕື່ມຈາກວຽກປະຈຳ ພົບວ່າ: ມີການຫຼຸດລົງ.
  • ປະມານ 11% ຂອງຄົວເຮືອນທີ່ເຮັດການຜະລິດກະສິກໍາ ປະເຊີນຄວາມຫຍຸ້ງຍາກໃນປີ 2022 ເຊິ່ງຈຸດໜັກແມ່ນຍ້ອນໄພພິບັດທາງທໍາມະຊາດ ແລະ ບັນຫາຂາດແຄນແຫຼ່ງທຶນ ແລະ ແຮງງານ. 
  • ລາຍໄດ້ຂອງທຸລະກິດຄອບຄົວ ພົບວ່າ: ມີການປັບປຸງດີຂຶ້ນໃນປີ 2022, ເວົ້າສະເພາະທຸລະກິດການຜະລິດກະສິກໍາ ແມ່ນໄດ້ສ້າງຜົນປະໂຫຍດໃຫ້ຄົວເຮືອນທີ່ມີລາຍໄດ້ຕໍ່າ ແລະ ບັນດາຄົວເຮືອນໃນເຂດຊົນນະບົດ. 
  • ສ່ວນແບ່ງຂອງຄົວເຮືອນ ທີ່ການສູນເສຍລາຍໄດ້ ຍ້ອນພະຍາດລະບາດໂຄວິດ 19 ພົບວ່າຍັງສືບຕໍ່ ຫຼຸດລົງ ຄື: ຫຼຸດລົງຈາກ 43,4% ໃນເດືອນເມສາ/ພຶດສະພາ 2022 ມາເປັນ 35,1% ໃນເດືອນທັນວາ /ມັງກອນ 2022-23.
  • ຫຼາຍຄົວເຮືອນ ໄດ້ມີການກະຈາຍແຫຼ່ງລາຍໄດ້ຂອງຕົນ. ລະຫວ່າງໄລຍະການສໍາຫຼວດຄັ້ງເດືອນເມສາ/ພຶດສະພາ 2022 ເຖິງ ເດືອນທັນວາ/ມັງກອນ 2022-23, ຫຼາຍຄົວເຮືອນໃນເຂດຊົນນະບົດ ໄດ້ມີການກະຈາຍແຫຼ່ງລາຍໄດ້ຂອງຕົນ ດ້ວຍການເຮັດບັນດາກິດຈະກໍາຕ່າງໆເພື່ອເສີມສ້າງລາຍໄດ້ ສ່ວນຫຼາຍຄົວເຮືອນໃນເຂດຕົວເມືອງ ພົບວ່າ: ມີລາຍໄດ້ຈາກທຸລະກິດຕ່າງໆ ແລະ ເງິນໂອນຈາກຕ່າງປະເທດ.
  • ເກືອບ 90% ຂອງຜູ້ຕອບສໍາພາດ ໄດ້ລາຍງານວ່າ: ຄົວເຮືອນຂອງຕົນ ໄດ້ຮັບຜົນກະທົບຈາກບັນຫາເງິນເຟີ້ ນັບແຕ່ຕົ້ນປີ 2022, ເຊິ່ງໃນນັ້ນ 57% ເຫັນວ່າ: ປະເຊີນກັບຜົນກະທົບດັ່ງກ່າວໃນລະດັບຮຸນແຮງ. 
  • ໃນການຮັບມືກັບລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ພົບວ່າ ປະມານ 80% ຂອງຄົວເຮືອນ ທີ່ໄດ້ຮັບຜົນກະທົບ ໄດ້ພາກັນຫຼຸດການຊົມໃຊ້ນໍ້າມັນເຊື້ອໄຟ ຕະຫຼອດເຖິງ ສິນຄ້າແລະບໍລິການທີ່ບໍ່ແມ່ນນໍ້າມັນເຊື້ອໄຟລົງ. ນອກນີ້ຍັງພົບອີກວ່າ: ມີຄວາມເປັນໄປໄດ້ສູງ ທີ່ບັນດາຄົວເຮືອນທີ່ມີລາຍໄດ້ຕໍ່າ ຈໍາເປັນຕ້ອງຂາຍຊັບສິນຂອງຕົນ ແລະ ສະແຫວງຫາໂອກາດສ້າງລາຍໄດ້ໃນຮູບແບບຕ່າງໆ ເພື່ອຮັບມືກັບລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ໃນຂະນະທີ່ຄົວເຮືອນທີ່ມີລາຍໄດ້ສູງ ສາມາດນໍາເອົາເງິນແຮທີ່ມີຢູ່ຂອງຕົນອອກມາໃຊ້ຈ່າຍ.
  • ຄົວເຮືອນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຕອບໂຕ້ຕໍ່ບັນຫາເງິນເຟີ້ຂອງລາຄາສະບຽງອາຫານ ດ້ວຍການປູກແລະຜະລິດອາຫານເອງ (87,5%) ຫຼື ຫາອາຫານຕາມທໍາມະຊາດ (68,7%), ປ່ຽນໄປກິນອາຫານລາຄາທີ່ຖືກລົງ (77,1%) ຫຼື ຫຼຸດການບໍລິໂພກອາຫານ (65,7%). ເພື່ອຮັບມືກັບລາຄາສະບຽງອາຫານທີ່ເພີ່ມສູງຂຶ້ນ ພົບວ່າ: ມີຄວາມເປັນໄປໄດ້ສູງ ທີ່ຄົວເຮືອນລາຍໄດ້ຕໍ່າ ຈະກູ້ຢືມເງິນ ແລະ ຊື້ເຄື່ອງຕິດໜີ້ ເມື່ອສົມທຽບໃສ່ຄົວເຮືອນທີ່ມີລາຍໄດ້ສູງ. 
  • ຫຼາຍກວ່າ 90% ຂອງທຸລະກິດຄອບຄົວ ລາຍງານວ່າ: ເຂົາເຈົ້າ ປະເຊີນສິ່ງທ້າທາຍຫຼາຍຢ່າງດ້ານການດໍາເນີນທຸລະກິດ ຍ້ອນບັນຫາເງິນເຟີ້ທີ່ເຮັດໃຫ້ນໍ້າມັນເຊື້ອໄຟ ແລະ ສິນຄ້າທີ່ບໍ່ແມ່ນນໍ້າມັນເຊື້ອໄຟ ມີລາຄາເພີ່ມສູງຂຶ້ນ, ຕະຫຼອດເຖິງບັນຫາການອ່ອນຄ່າຂອງເງິນກີບ ແລະ ບັນຫາຂາດແຄນນໍ້າມັນເຊື້ອໄຟ. ບັນດາປັດໄຈດຽວກັນນີ້ ຍັງສົ່ງຜົນເຮັດໃຫ້ ເກືອບເຄິ່ງໜຶ່ງຂອງຈໍານວນທຸລະກິດຄອບຄົວທັງໝົດ ໄດ້ຮັບຜົນກະທົບທາງລົບຕໍ່ຜົນກໍາໄລຂອງພວກເຂົາ.
  • ປະມານ 90% ຂອງຄົວເຮືອນທີ່ເຮັດການຜະລິດກະສິກໍາ ລາຍງານສະພາບຄວາມຫຍຸ້ງຍາກ ຍ້ອນການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ແລະ ລາຄາປັດໄຈການຜະລິດກະ ສິກໍາ. ໃນບັນດາປັດໄຈການຜະລິດ, ລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ຖືວ່າສົ່ງຜົນກະທົບຢ່າງໃຫຍ່ຫຼວງ. ບັນຫາເງິນເຟີ້ຂອງລາຄາປັດໄຈການຜະລິດ ເປັນຜົນນໍາໄປສູ່ການຫຼຸດລົງຂອງຜົນຜະລິດພືດພັນທັນຍາຫານ.
  • ໄພພິບັດທໍາມະຊາດຕ່າງໆ ສົ່ງຜົນກະທົບໃນລະດັບສູງຕໍ່ການຜະລິດພືດສະບຽງອາຫານຢູ່ ສປປ ລາວ. ດ້ວຍເຫດນັ້ນ, ມາດຕະການການຜະລິດກະສິກໍາແບບປັບຕົວຕາມການປ່ຽນແປງສະພາບດິນຟ້າອາກາດ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ ຖືເປັນສິ່ງສໍາຄັນຍິ່ງ.
  • ບັນຫາເງິນເຟີ້ ສົ່ງຜົນກະທົບທາງລົບຕໍ່ຄົວເຮືອນສ່ວນໃຫຍ່ ໂດຍບັນຫາເງິນເຟີ້ໄດ້ບີບຮັດງົບປະມານການໃຊ້ຈ່າຍຂອງຄົວເຮືອນລົງ, ບີບບັງຄັບໃຫ້ປະຊາຊົນຕ້ອງກູ້ຢືມ ຫຼື ເອົາເງິນແຮ ອອກມາໃຊ້, ແລະ ຕ້ອງຕັດຄ່າໃຊ້ຈ່າຍດ້ານການເບິ່ງແຍງສຸຂະພາບ ແລະ ການສຶກສາລົງ. ໃນຈໍານວນຜູ້ທີ່ໄດ້ຮັບຜົນກະທົບຈາກບັນຫາເງິນເຟີ້ 56% ແລະ 58% ຂອງຄົວເຮືອນທັງໝົດ ລາຍງານວ່າ: ຈໍາເປັນຕ້ອງໄດ້ຕັດຄ່າໃຊ້ຈ່າຍດ້ານການສຶກສາແລະຄ່າໃຊ້ຈ່າຍດ້ານການເບິ່ງແຍງສຸຂະພາບລົງຕາມລໍາດັບ. ໃນຂະນະທີ່ອີກ 90% ກ່າວວ່າ: ເຂົາເຈົ້າ ຕ້ອງເອົາເງິນແຮ ອອກມາໃຊ້. ການຫົດຕົວຂອງລາຍຈ່າຍດ້ານການເບິ່ງແຍງສຸຂະພາບແລະການສຶກສາ ພົບວ່າ: ຢູ່ໃນລະດັບສູງສຸດ ໃນກຸ່ມຄອບຄົວໃນເຂດຊົນນະບົດ ແລະ ຄອບຄົວທຸກຍາກທີ່ດໍາລົງຊີວິດດ້ວຍງົບປະມານຈໍາກັດ. 
  • ພົບວ່າ: ອັດຕາປະລະການຮຽນໃນກຸ່ມເດັກຈາກຄົວເຮືອນລາຍໄດ້ຕໍ່າ ມີເພີ່ມສູງຂຶ້ນ. ປະມານ 7% ຂອງຄົວເຮືອນທີ່ມີລາຍໄດ້ຕໍ່າ ໄດ້ແຈ້ງໃຫ້ຮູ້ວ່າ: ລູກຫຼານໃນໄວຮຽນ ຕ້ອງໄດ້ປະລະການຮຽນໃນໄລຍະ 12 ເດືອນຜ່ານມາ. ໃນຂະນະທີ່ການປະລະການຮຽນເກີດຂື້້ນ 2,7 ສ່ວນຮ້ອຍຂອງກຸ່ມຄົວເຮືອນທີ່ມີຖານະ. ຫຼາຍກວ່າ 70% ຂອງຄົວເຮືອນເຫຼົ່ານັ້ນ ໃຫ້ເຫດຜົນຕໍ່ການຕັດສິນໃຈດັ່ງກ່າວວ່າ ເປັນຍ້ອນຂາດຄວາມສາມາດໃນການແບກຮັບຄ່າໃຊ້ຈ່າຍເພື່ອໃຫ້ລູກຫຼາຍໄປໂຮງຮຽນ ຫຼື ຍ້ອນຄວາມຈໍາເປັນຕ້ອງໃຫ້ລູກຫຼານອອກມາຊ່ວຍເຮັດວຽກເພີ່ມໃນຄອບຄົວ.
  • ການຄໍ້າປະກັນສະບຽງອາຫານຢູ່ລາວ ເຫັນວ່າ: ມີການປັບປຸງດີຂຶ້ນໃນຫົກເດືອນທ້າຍປີ 2022 ແຕ່ການປັບປຸງດັ່ງກ່າວພັດພົບວ່າ: ບໍ່ພົ້ນເດັ່ນໃນກຸ່ມຄົວເຮືອນລາຍໄດ້ຕໍ່າ ແລະກຸ່ມຄົວເຮືອນໃນເຂດຕົວເມືອງ. ສັດສ່ວນຄົວເຮືອນ ທີ່ປະເຊີນບັນຫາຂາດການຄໍ້າປະກັນສະບຽງອາຫານໃນລະດັບປານກາງ ເຖິງ ຂັ້ນຮ້າຍແຮງ ພົບວ່າ: ມີເພີ່ມສູງຂຶ້ນ ຫຼື ຢູ່ໃນລະດັບບໍ່ປ່ຽນແປງ ໃນກໍລະນີກຸ່ມຄົວເຮືອນໃນເຂດຕົວເມືອງ ແລະ ກຸ່ມຄົວເຮືອນທີ່ມີລາຍໄດ້ຕໍ່າ. ຄວາມກັງວົນກ່ຽວບັນຫາຂາດການຄໍ້າປະກັນສະບຽງຫາອານ ພົບວ່າ: ຫຼຸດລົງ ຍົກເວັ້ນໃນກໍລະນີກຸ່ມຄົວເຮືອນທີ່ມີລາຍໄດ້ຕໍ່າ.   
  • ເກືອບໝົດທຸກຄົວເຮືອນ ແມ່ນສາມາດເຂົ້າເຖິງການບໍລິການເບິ່ງແຍງສຸຂະພາບແລະການບໍລິການຕ່າງໆຂອງລັດ.
  • 90% ຂອງຜູ້ຕອບສໍາພາດ ໄດ້ກ່າວເຖິງ ບັນຫາເງິນເຟີ້ ແລະ ການອ່ອນຄ່າຂອງເງິນກີບ ວ່າເປັນ: ບັນຫາທີ່ຮີບດ່ວນສຸດ ເຊິ່ງລັດຖະບານ ຄວນຕ້ອງແກ້ໄຂເປັນສິ່ງທໍາອິດ.

ອັດເດດທີ່ຜ່ານມາ: Apr 24,2023