ບົດອອກຂ່າວ

ສປປ. ລາວ ໄດ້ຮັບທຶນຊ່ວຍເຫຼືອລ້າ ຈຳນວນ 3.6 ລ້ານ ໂດລາສະຫະລັດ ເພື່ອເສີມສ້າງຄວາມເຂັ້ມແຂງໃນວຽກງານປົກປັກຮັກສາ ແລະ ຄຸ້ມຄອງຈັດສັນປ່າໄມ້

25 ສ.ຫ. 2014


ວຽງຈັນ, ວັນທີ 25 ສິງຫາ 2014 - ລັດ​ຖະ​ບານ​ແຫ່ງ ສ​ປ​ປ. ລາວ ແລະ ທະ​ນາ​ຄານ​ໂລກ ໄດ້​ເຊັນລົງນາມສັນຍາ ທຶນຊ່ວຍເຫຼືອ​ລ້າ ມູນ​ຄ່າ 3.6 ລ້ານ ໂດ​ລາສະ​ຫະ​ລັດ ຈາກ ກອງທຶນຄູ່ຮ່ວມກາກບອນປ່າໄມ້ໂລກ FCPF (Forest Carbon Partnership Facility). ​ທຶນຊ່ວຍເຫຼືອ​ລ້າດັ່ງ​ກ່າວນີ້ ​ແມ່ນ​ແນ​ໃສ່ ສະ​ໜັບ​ສະ​ໜູນລັດ​ຖະ​ບານລາວ ​ໃນ​ການ​ພັດ​ທະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ວ່​າດ້ວຍການຫຼຸດ​ຜ່ອນການ​ທຳ​ລາຍ​ປ່າ ແລະ ການ​ເສື່ອມ​ໂຊມ​ຂອງ​ປ່າ​ໄມ້.

ເນື່ອງ​ຈາກວ່າ ປະ​ມານ 12% ຂອງ​ການປ່ອຍອາຍ​ພິດ​ເຮືອນ​ແກ້ວ ແມ່ນ​​ມາ​ຈາກ ການ​ທຳ​ລາຍ​ປ່າ ແລະ ການ​ເສື່ອມ​ໂຊມ​ຂອງ​ປ່າ​ໄມ້, ​ການ​ພັດ​ທະ​ນາ ວິ​ທີ​ການຍຸດ​ທະ​ສາດໃນ​ການປົກ​ປັກ​ຮັກ​ສາ​ປ່າ​ໄມ້ ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຫຼາຍ ເພື່ອບັນ​ເທົາການ​ປ່ຽນ​ແປງ​ຂອງ​​ດິນ​ຟ້າ​ອາ​ກາດ, ແລະ ສ​ປ​ປ. ລາວ​ເອງ ກໍ່​ໄດ້​ຮັບ​ຜົນ​ກະ​ທົບ​ ກໍ່​ຄື​ຜົນ​ເສຍ​ຫາຍ ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ສູນ​ເສຍ​ຂອງ​ປ່າ​ໄມ້. ສິ່ງ​ເຫຼົ່າ​ນີ້​ແມ່ນມີ​ຄວາມ​ສຳ​ຄັນ​ຫຼາຍ ໂດຍ​ສະ​ເພາະ​ໃນ​ຂົງ​ເຂດພາກ​ພື້ນ​ອາ​ຊີ ແລະ ປາ​ຊີ​ຟິກ ທີ່​ມີ​ປ່າ​ໄມ້​ກວມ​ເອົາ 780 ລ້ານເຮັກ​ຕາ, ແລະ ປະ​ມານ 9.5 ລ້ານ​ເຮັກ​ຕາ ແມ່ນ​ຢູ່​ໃນ ສ​ປ​ປ. ລາວ. ທຶນ​ຊ່​ວຍ​ເຫຼືອ​ລ້າ​ດັ່ງ​ກ່າວ ​ຈະ​ສະ​ຫ​ນັບ​ສະ​ຫ​ນູນ ກົມ​ປ່າ​ໄມ້ ພາຍ​ໃຕ້​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕ່າງໆ ເພື່ອ​ຮ່ວມ​ກັນ​ປັບ​ປຸງ​ ວຽກ​ງານ​ຄຸ້ມ​ຄອງ​ຈັດ​ສັນ​ປ່າ​ໄມ້​ແບບ​ຍືນ​ຍົງ.

ນັບ​ແຕ່ ຄະ​ນະ​ກຳ​ມະ​ການ​ ຂອງກອງທຶນຄູ່ຮ່ວມກາກບອນປ່າໄມ້ໂລກ ໄດ້​ອະ​ນຸ​ມັດຂໍ້​ສະ​ເໜີ​ຂອງ ສ​ປ​ປ. ລາວ ໃນ​ການ​ກະ​ກຽມ​ຄວາມ​ພ້ອມ​ ໃນ​ເດືອນ ພະ​ຈິກ 2010, ລັດ​ຖະ​ບານ​ໄດ້​ເອົາ​ໃຈ​ໃສ່ ໃນ​ວຽກ​ງານ ທາງດ້ານໂຄງສ້າງຂອງສະ​ຖາ​ບັນ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ທົດ​ລອງ​ບັນ​ດາກິດ​ຈະ​ກຳ​ຕ່າງໆ​ຂອງ​ ແຜນ​ງານ ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ (​ເຣດ ຫຼື REDD+). ທຶນ​ຊ່ວຍ​ເຫຼືອລ້ານີ້ ຈະ​ສືບຕໍ່​ສົ່ງ​ເສີ​ມ​ວຽກ​ງານ​ດັ່ງ​ກ່າວ ເພື່ອ​ໃຫ້​ສປປ. ລາວ ກ້າວໄປ ແລະ ມີ​ສິດ​ເຂົ້າ​ຮ່ວມ ແລະ ໄດ້ຮັບ​ຜົນ​ປະ​ໂຫຍດ ຈາກບັນດາແຜນງານທີ່​ຈະສະ​ໜອງ​ສິ່ງ​ຈູງ​ໃຈ​ ທາງ​ດ້ານ​ການ​ເງິນໃຫ້ໃນອະນາຄົດ ເພື່ອແນໃສ່ການຫຼຸດ​ຜ່ອນການ​ປ່ອຍອາຍ​ພິດ​ເຮືອນແກ້ວ ໃນຂະແຫນງປ່າໄມ້.

ທຶນຊ່ວຍເຫຼືອລ້າດັ່ງກ່າວນີ້ ແມ່ນເປັນສ່ວນຫນຶ່ງຂອງແຜນງານ ການຊ່ວຍເຫຼືອຂອງທະນາຄານໂລກ ແກ່ສປປ. ລາວ ໃນການເສີມສ້າງຄວາມເຂັ້ມແຂງທາງດ້ານການບໍລິຫານຊັບພະຍາກອນທຳມະຊາດ ໂດຍຜ່ານ ໂຄງການຈັດສັນ​ປ່າ​ໄມ້​ແບບ​ຍືນ​ນານ SUPSFM (Scaling-Up Participatory Sustainable Forest Management Project).



ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
ໄດອານາ ຢາ-ວາຍ ຊຸງ
Dchung1@worldbank.org
ທີ່ ວຽງຈັນ
ຕູ້ມຄຳ ຊິລເວຍ ຫຼວງລາດ
tluanglath1@worldbank.org




Api
Api

Welcome