ບົດອອກຂ່າວ

ສປປ ລາວ: ທຶນຊ່ວຍເຫຼືອລ້າມູນຄ່າ $20 ລ້ານ ສໍາລັບ ແຜນງານຫລຸດຜ່ອນຄວາມທຸກຍາກ

31 ສ.ຫ. 2012




ພິທີເຊັນສັນຍາ ທຶນຊ່ວຍເຫຼືອລ້າມູນຄ່າ US$ 20 ລ້ານ ສຳລັບ ແຜນງານສະໜັບສະໜູນການຫລຸດຜ່ອນຄວາມທຸກຍາກ ໄລຍະ 8

ນະຄອນຫຼວງວຽງຈັນ, 31 ສິງຫາ 2012 – ມື້ນີ້, ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ  ແລະ ທະນາຄານໂລກ ຕາງໜ້າໂດຍ ທ່ານນາງ ເກໂກະ ມີວະ, ຜູ້ຕາງໜ້າຫ້ອງການ ທະນາຄານໂລກປະຈໍາ ສປປ ລາວ  ໄດ້ເຊັນສັນຍາທຶນຊ່ວຍເຫຼືອລ້າມູນຄ່າ US$20 ລ້ານ ສໍາລັບແຜນງານສະໜັບສະໜູນການຫລຸດຜ່ອນຄວາມທຸກຍາກ ຫຼື Poverty Reduction Support Operation (PRSO8) ໄລຍະ 8. ຈຸດປະສົງຕົ້ນຕໍຂອງແຜນງານດັ່ງກ່າວມີຄື: ຊ່ວຍເຫຼືອວຽກງານ ປະຕິຮູບດ້ານນະໂຍບາຍ ແລະ ອົງກອນ ເພື່ອຈະຊ່ວຍໃຫ້ມີການຄຸ້ມຄອງລາຍຮັບທີ່ເພີ່ມຂຶ້ນ ຈາກຂະແໜງຊັບພະຍາກອນທໍາມະຊາດນັ້ນ ມີຄວາມຍືນຍົງ  ແລະ ເພື່ອນໍາໃຊ້ໃນການສະໜອງການບໍລິການພາກລັດຕ່າງໆໃຫ້ດີຂຶ້ນກ່ວາເກົ່າ,  ທັງໝົດນີ້ ແມ່ນສອດຄ່ອງກັບ ບູລິມະສິດຂອງລັດຖະບານ ທີ່ໄດ້ກໍານົດໄວ້ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.  PRSO8 ເປັນແຜນງານທຳອິດ ຂອງແຜນງານສະໜັບສະໜູນການຫລຸດຜ່ອນຄວາມທຸກຍາກຊຸດທີສາມ. ຊຶ່ງ ຈະສານຕໍ່ຈາກ ຜົນໄດ້ຮັບ ທີ່ຍາດມາໄດ້ຈາກ ການຈັດຕັ້ງປະຕິບັດແຜນງານສະໜັບສະໜູນການຫລຸດຜ່ອນຄວາມທຸກຍາກໃນ ຊຸດຜ່ານມາ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າທັງໝົດໃນມູນຄ່າ US$68 ລ້ານ ນັບແຕ່ ປີ 2004.

ທ່ານ ນາງ ເກໂກະ ມີວະ, ຜູ້ຕາງໜ້າຫ້ອງການທະນາຄານໂລກ ປະຈໍາລາວ  ໄດ້ກ່າວວ່າ: “PRSO ຊຸດນີ້ ມີຂຶ້ນໃນເວລາທີ່ສໍາຄັນຍິ່ງ ຊຶ່ງເປັນໄລຍະ ທີ່ເສດຖະກິດຂອງ ສປປ ລາວ ໄດ້ຮັບຜົນປະໂຫຍດ ຈາກຂະແໜງຊັບພະຍາກອນທໍາມະຊາດທີ່ອຸດົມຮັ່ງມີ, ແລະ ຖ້າໄດ້ຮັບການຄຸ້ມຄອງເປັນຢ່າງດີ ກໍ ຈະຊ່ວຍໃຫ້ ສປປ ລາວ ສາມາດເຕີບໂຕໃນໄລຍະກາງ ແບບທົ່ວເຖິງ ແລະ ຍືນຍົງໄດ້. ນະໂຍບາຍດ້ານເສດຖະກິດມະຫາພາກ ແລະ ດ້ານການຄຸ້ມຄອງທີ່ເໝາະສົມ ຈະເຮັດໃຫ້ ຄວາມອຸດົມຮັ່ງມີດ້ານຊັບພະຍາກອນຂອງປະເທດ ສາມາດປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການຫລຸດຜ່ອນຄວາມທຸກຍາກ  ແລະ ການເຕີບໂຕທີ່ຍືນຍົງ.”

ນັບແຕ່ ປີ 2004 ເປັນຕົ້ນມາ, PRSO ປະຈໍາປີ ທັງໝົດເຈັດໄລຍະ (2 ຊຸດ) ໄດ້ປະກອບສ່ວນເຂົ້າໃນ ນະໂຍບາຍຕ່າງໆຂອງລັດຖະບານເພື່ອສົ່ງເສີມ ການເຕີບໂຕທາງເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ ແລະ ແກ້ໄຂບັນຫາດ້ານການພັດທະນາຊັບພະຍາກອນມະນຸດ ແລະ ກຸ່ມຄົນທີ່ດ້ອຍໂອກາດ ໂດຍການສະໜັບສະໜູນ ວຽກງານທີ່ກວມເອົາຫຼາຍຂະແໜງການ  ການປັບປຸງປະຕິຮູບອົງກອນ, ໂດຍສະເພາະ ແມ່ນ ວຽກງານປະຕິຮູບ ຂອງການຄຸ້ມຄອງການເງິນພາກລັດ ທີ່ໄດ້ຊ່ວຍສ້າງໃຫ້ມີນະໂຍບາຍດ້ານການຄຸ້ມຄອງງົບປະມານ ແລະ ໄດ້ປັບປຸງ ຄວາມໂປ່ງໃສ ກໍຄື ຄວາມຮັບຜິດຊອບ ຂອງລະບົບການເງິນພາກລັດ. ພ້ອມກັນນີ້, ການປະຕິຮູບດັ່ງກ່າວ ຍັງໄດ້ຊ່ວຍປັບປຸງສະພາບແວດລ້ອມດ້ານການລົງທຶນ, ການຄ້າ ແລະ ການດໍາເນີນທຸລະກິດ.

ເພື່ອຮັບປະກັນ ຜົນໄດ້ຮັບ ແລະ ໝາກຜົນ ຈາກ ການປະຕິຮູບ ພາຍໄຕ້ການສະໜັບສະໜູນຂອງແຜນງານທີ່ຜ່ານມານັ້ນ, PRSO ຊຸດທີສາມນີ້ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນບາງຂົງເຂດນະໂຍບາຍ ພ້ອມທັງ ເອົາໃຈໃສ່ຕໍ່ບາງຂົງເຂດ ຂອງການປະຕິຮູບ. ເວົ້າສະເພາະ, PRSO8 ຈະແນໃສ່ຫ້າຂົງເຂດນະໂຍບາຍ ທີ່ ສຳຄັນຕໍ່ ຄວາມຍືນຍົງໃນການພັດທະນາເສດຖະກິດ ຂອງ ສປປ ລາວ ຊຶ່ງ ນັບມື້ນັບເອື່ອຍອີງໃສ່ການພັດທະນາຂະແໜງຊັບພະຍາກອນທຳມະຊາດ. ຫ້າຂົງເຂດນະໂຍບາຍດັ່ງກ່າວມີເປົ້າໝາຍຄື:

  • ເສີມສ້າງຄວາມເຂັ້ມແຂງດ້ານ ການປະສານງານ ແລະ ການຄຸ້ມຄອງນະໂຍບາຍ ເສດຖະກິດມະຫາພາກ  ທີ່ຕອບສະໜອງຕໍ່ການພັດທະນາຕ່າງໆ ໃນຂະແໜງຊັບພະຍາກອນທໍາມະຊາດ ແລະ ສອດຄ່ອງກັບການເຕີບໂຕ ກໍຄື ສະເຖຍລະພາບທາງເສດຖະກິດ;
  • ເສີມສ້າງຄວາມເຂັ້ມແຂງດ້ານ ການຄຸ້ມຄອງການເງິນພາກລັດ  ໃນຂະແໜງຊັບພະຍາກອນທໍາມະຊາດ ເພື່ອປັບປຸງຄວາມໜ້າເຊື່ອຖືໃນການຄຸ້ມຄອງງົບປະມານ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການມີສ່ວນຮ່ວມໃນຂະບວນການວາງແຜນງົບປະມານ ກໍຄື ການຈັດສັນງົບປະມານ ໃຫ້ຂະແໜງການ ແລະ ການລາຍງານການຈັດຕັ້ງປະຕິບັດງົບປະມານ;
  • ຊ່ວຍເຫຼືອແກ່ ວຽກງານ ການຄຸ້ມຄອງລາຍຮັບແບບຍືນຍົງ ໃນຂະແໜງຊັບພະຍາກອນທໍາມະຊາດ ໂດຍສະເພາະໃນຂະແໜງບໍ່ແຮ່ ແລະ ໄຟຟ້ານໍ້າຕົກ. ວຽກງານນີ້ ຈະປະກອບສ່ວນເຂົ້າໃນການສ້າງບັນດາລະບຽບການຕ່າງໆທີ່ມີການປະສານງານກັນເປັນຢ່າງດີ ລະຫວ່າງພາກສ່ວນກ່ຽວຂ້ອງ ແລະ ສາມາດຈັດຕັ້ງ ປະຕິບັດໄດ້ ເຊິ່ງຈະເປັນທິດຊີ້ນໍາ ລະບອບການຄຸ້ມຄອງການເງິນ ແລະ ລາຍຮັບ ສຳລັບການພັດທະນາ ຂະແໜງບໍ່ແຮ່ ແລະ ໄຟຟ້ານໍ້າຕົກແບບຍືນຍົງ;
  • ປັບປຸງ ການບໍລິການພາກລັດ  ຜ່ານກົນໄກສະໜອງທຶນແບບຍືນຍົງ ສຳລັບໂຮງຮຽນ ແລະ ສິ່ງອໍານວຍຄວາມສະດວກທາງສາທາລະນະສຸກ. ວຽກງານນີ້ ຈະຊ່ວຍ ເພີ່ມອັດຕາການເກີດລູກ ໂດຍພາຍໄຕ້ການເບິ່ງແຍງຂອງພະນັກງານແພດໝໍທີ່ມີຄວາມຊໍານິຊໍານານ ແລະ ການເພີ່ມອັດຕາສ່ວນ ປື້ມຕໍາລາຮຽນຕໍ່ເດັກນັກຮຽນ ໃຫ້ປະກົດຜົນເປັນຈິງ;
  • ປັບປຸງ ບັນຍາກາດດ້ານການລົງທຶນ ແລະ ການຄ້າ ເພື່ອດຶງດູດເອົາການລົງທຶນທີ່ມີຄຸນະພາບ, ຫລຸດຜ່ອນຕົ້ນທຶນຂອງການຄ້າ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຕີບໂຕ ທີ່ມີການກະຈາຍຄວາມຫຼາກຫຼາຍທາງເສດຖະກິດ.

ແຜນງານສະໜັບສະໜູນການຫລຸດຜ່ອນຄວາມທຸກຍາກ ຖືເປັນສ່ວນສຳຄັນຂອງ ຍຸດທະສາດຮ່ວມພັດທະນາ ສປປ ລາວ (ພາສາ ອັງກິດ) ຂອງ ກຸ່ມທະນາຄານໂລກ ທີ່ທາງສະພາບໍລິຫານ ໄດ້ຮັບຮອງເອົາເມື່ອເດືອນ ມີນາ 2012 ທີ່ຜ່ານມາ ໂດຍມີເປົ້າໝາຍແນໃສ່ ເສີມສ້າງຄວາມອາດສາມາດໃນການແຂ່ງຂັນ ແລະ ການເຊື່ອມໂຍງ, ການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ ແລະ ການພັດທະນາແບບທົ່ວເຖິງ ດ້ວຍການ ປັງປຸງການຄຸ້ມຄອງພາກລັດໃຫ້ເຂັ້ມແຂງ. 

ນັກຂ່າວ ກະລຸນາຕິດຕໍ່
ທີ່ ວໍຊິງຕັນ
Mohamad Al-Arief
​ໂທລະ​ສັບ: 202-458-5964
malarief@worldbank.org
ທີ່ ນະຄອນຫຼວງວຽງຈັນ
ສຸຣິດາຮັກ ສາກົນນິຍົມ
​ໂທລະ​ສັບ: +856-21-450 010
ssakonhninhom@worldbank.org

ຊັບພະຍາກອນ 


ເລກທີ ບົດອອກຂ່າວ:
20120831/LA

Api
Api

Welcome