ບົດອອກຂ່າວ

ບົດລາຍງານ ສະພາບເສດຖະກິດພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຂອງ ທະນາຄານໂລກໄດ້ກ່າວວ່າ:ເພື່ອຮັກສາລະດັບການເຕີບໂຕທີ່ເຂັ້ມແຂງຄວນສືບຕໍ່ການປະຕິຮູບ

7 ມ.ສ. 2010




ໂຕກຽວ - 7 ເມສາ 2010 - ບັນດາປະເທດກໍາລັງພັດທະນາໃນພາກ​ພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຊຶ່ງ​ເປັນ ກຸ່ມປະເທດທໍາອິດທີ່​ໄດ້ ຟື້ນຕົວຈາກວິກິດການເງິນໂລກ ​​ແມ່ນ​ຈະ ສາມາດເຕີບໂຕໄວ​ໄດ້ໃນ ທົດສະວັດໜ້າ ໃນຂະນະ​ທີ່ສະພາບເສດຖະກິດໂລກຍັງຄົງອ່ອນແອ ຖ້າວ່າລັດຖະບານປະເທດ ເຫຼົ່ານັ້ນ ດໍາເນີນ ການປະຕິຮູບໂຄງສ້າງທີ່ມີ ລັກສະນະເຂັ້ມແຂງຕໍ່ເນື່ອງ ແລະ ສືບຕໍ່ສົ່ງເສີມການຮ່ວມມື ດ້ານ ການເຊື່ອມໂຍງ ເສດຖະກິດໃນລະດັບພາກ​ພື້ນ​ ແລະ ດ້ານການປ່ຽນແປງດິນຟ້າອາກາດ.

ນັ້ນແມ່ນບົດຄວາມສໍາຄັນໃນບົດ​ລາຍ​ງານ​ ສະພາບເສດຖະກິດພາກພື້ນ​ອາ​ຊີ ​ແລະ ປາຊິ​ຟິກ ສະບັບລ່າສຸດ ຂອງ ທະນາຄານໂລກ ເພື່ອປະເມີນສະພາບເສດຖະກິດຂອງພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ ສອງ​ຄັ້ງຕໍ່​ປີ.

ການຟື້ນຕົວ ຂອງ ກຳລັງ​ການ​ຊື້ຈາກ​ ປະເທດຕ່າງໆ, ແຜນການກະຕຸ້ນເສດຖະກິດ ແລະ ການເງິນ ທີ່ໝັ້ນຄົງ ຂອງ ບັນດາປະເທດກໍາລັງພັດທະນາໃນພາກ​ພື້ນອາຊີຕາເວັນອອກ, ແລະ ການຟື້ນ​ຕົວຢ່າງ​ໃວວາ​ໃນ​ການບໍລິ​ໂພກ ໄດ້ເຮັດໃຫ້ ທະນາຄານ​ໂລກທົບ​ທວນຄືນ​ການຄາດຄະເນ ອັດຕາ ການເຕີບໂຕທີ່ແທ້ຈິງ ຂອງ ລວມຍອດ ຜະລິດຕະພັນພາຍໃນຂອງພາກ​ພື້ນມາເປັນ 8.7 ເປີເຊັນ ໃນປີ 2010 ຊຶ່ງເພີ້ມຂື້ນເກືອບ 1ຈຸດ​ສ່ວນ​ຮ້ອຍ ​ເມື່ອ ທຽບກັບການຄາດຄະເນໃນເດືອນພະຈິກ ປີ 2009. ພາກ​ພື້ນນີ້ ໄດ້ຟື້ນ​ຕົວ ຈາກວິກິດການ ໃນສະພາບ ທີ່ມີການຂາດດຸນ ທີ່ຄວບຄຸມໄດ້, ໜີ້ສິນຕ່າງປະ​ເທດ ແລະ ໜີ້ສິນພາກ​ລັດຄ່ອນຂ້າງຕໍ່າ ແລະ ມີກົນໄກຕ່າງໆ ໃນການຄຸ້ມຄອງ ບັນຫາສັງຄົມ ຊຶ່ງເຮັດໃຫ້ປະຊາຊົນຜູ້ທຸກຍາກ ໄດ້ຮັບການປົກປ້ອງ ຈາກຜົນກະທົບທີ່​ຮ້າຍ​ແຮງ​ທີ່​ສຸດ ຂອງ ວິກິດການ.

ໃນຂະນະທີ່ ສະພາບ​​ເສດຖະກິດ​ຂອງ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ມີການຟື້ນຕົວ ໄປໃນທິດທາງບວກ, ຊຶ່ງ​ໄດ້​ຮັບ​ອິທີ​ພົນຢ່າງ​​​ໃຫຍ່​ຫຼວງ ຈາກ ສປ ຈີນ, ບົດ​ລາຍ​ງານ​ນີ້ຍັງ​ໄດ້ກ່າວຢ່າງຈະແຈ້ງວ່າ: ​ໃນ​ໄລຍະ​ກາງ, ບັນດາ ປະເທດ ໃນພາກ​ພື້ນ​ແມ່ນກໍາລັງປະເຊີນກັບ ສະພາບເສດຖະກິດໂລກທີ່ແຕກຕ່າງຈາກ​ເມື່ອ​ກ່ອນ​ຫຼາຍ.

“ສະພາບເສດຖະກິດປົກກະຕິແບບໃໝ່” ຈະ​ມີ​ລັກສະນະ ລະດັບການເຕີບໂຕຂອງເສດຖະກິດໃນ ບັນດາປະເທດ ພັດທະນາ​​ແລ້ວ ທີ່​ຊ້າກ່ວາເກົ່າ, ເງື່ອນໄຂດ້ານການເງິນລະຫວ່າງປະເທດທີ່ຮັດກຸມກວ່າ​ເກົ່າ, ຄວາມ ກັງວົນ ທີ່ເພີ່ມຂື້ນ ກ່ຽວກັບລະດັບໜີ້ສິນຂອງ ​ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ, ແລະ ສະພາບແວດລ້ອມ​ເພື່ອການຄ້າ ຂອງໂລກທີ່ຫຍຸ້ງຍາກ ກ່ວາເກົ່າ” ກ່າວໂດຍ ທ່ານ ວິກຣາມ ເນຣູ, ຫົວໜ້າຝ່າຍເສດຖະກິດປະຈຳ​ພາກ​ພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ຂອງ ທະນາຄານໂລກ. “ໃນສະພາບດັ່ງກ່າວ, ບັນດາປະເທດ ກໍາລັງ ພັດທະນາໃນພາກ​ພື້ນອາຊີຕາເວັນອອກ ຈະຕ້ອງໄດ້ວາງ​ແຜນການຖອນ ມາດຕະການ ກະຕຸ້ນດ້ານການເງິນ ໃນໄລຍະສັ້ນຢ່າ​ງລະມັດ​ລະວັງ ແລະ ໃນ ຂະນະດຽວກັນ ກໍຕ້ອງໄດ້ປະຕິຮູບ ໂຄງສ້າງເພື່ອ ສົ່ງເສີມ ການເຕີບໂຕ ດ້ານເສດຖະກິດໃນໄລຍະຍາວ.”

ບົດລາຍງານກ່າວວ່າ: ການສຸມໃສ່ການປະຕິຮູບໂຄງສ້າງ​ແມ່ນ ມີຄວາມໝາຍທີ່ແຕກຕ່າງກັນ​ໃນແຕ່ ລະ ປະເທດ. ສໍາລັບ ສປ ຈີນ, ມັນໝາຍເຖິງ ການດຸ່ນດ່ຽງເສດຖະກິດຄືນໃໝ່ ຊຶ່ງລວມມີ ການເອື້ອອໍານວຍ ໃຫ້ ຂະແໜງ ການບໍລິການ ແລະ ການຊົມໃຊ້ຂອງພາກເອກະຊົນ​ໃຫ້ ມີບົດບາດກ້ວາງຂວາງ ກ່ວາເກົ່າ ແລະ ກ້າວ​ຈາກການ​ເຕີບ​ໂຕ​ທີ່​ເປັນ​ຜົນ​ມາ​ຈາກ​ການລົງທຶນ ທີ່ເນັ້ນໃສ່ການສົ່ງອອກ ​ແລະ ​ສົ່ງ​ເສີມ ສິ່ງແວດລ້ອມ ແບບຍືນຍົງ.

ສໍາລັບບັນດາປະເທດ ທີ່ມີລາຍຮັບປານກາງ​ໃນ​ພາກ​ພື້ນ--ຫວຽດນາມ, ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ, ໄທ--ບູລິ​ມະ​ສິດ​ສຳຄັນ ແມ່ນການລົງທຶນໃສ່ ທຶນທີ່ເປັນວັດຖຸ ແລະ ຊັບພະຍາກອນມະນຸດ ເພື່ອຊຸກຍູ້ ໃຫ້ເກີດ ຄຸນຄ່າທີ່ເປັນຕ່ອງໂສ້ ໃນຂະບວນການຜະລິດ ແລະ ສົ່ງອອກ. ບັນດາປະເທດທີ່ມີ ລາຍຮັບຕໍ່າ ເຊັ່ນ: ກໍາປູເຈຍ ແລະ ສປປ ລາວ ຈໍາເປັນຕ້ອງສຸມໃສ່ການ​ກ້າວ​ໄປ​ສູ່ການຜະລິດ ແລະ ກາຍເປັນສ່ວນໜຶ່ງຂອງ ເຄືອຂ່າຍການຜະລິດ​ໃນ​ພາກ​ພື້ນ ແລະ ຂອງ ໂລກ.

ສໍາລັບປະ​ເທດ​ທີ່ສົ່ງອອກສິນຄ້າ, ການ​ປະຕິ​ຮູບ​ໂຄງ​ສ້າງ​ແມ່ນໝາຍເຖິງ ການປະຕິບັດລະບຽບການ ດ້ານການເງິນພາກ​ລັດທີ່​ແທດ​ເໝາະ ເພື່ອຮັບປະກັນ​ໃຫ້ ເສດຖະກິດມະຫາພາກເຕີບໂຕຢ່າງໝັ້ນທ່ຽງ ແລະ ຍືນຍົງໃນໄລຍະຍາວ. ສຳລັບບັນດາປະເທດ ໝູ່ເກາະ ປາຊີຟິກ ນັ້ນ, ການເຊື່ອມໂຍງກັນໃຫ້ຫຼາຍຂື້ນ ແລະ ການເຊື່ອມໂຍງ ກັບຕະຫຼາດປະເທດໃກ້ຄຽງຕ່າງໆ​ ແມ່ນ ສໍາຄັນ.

ບົດລາຍງານຍັງ​ໄດ້ຊີ້ໃຫ້ເຫັນສອງຈຸດປະສົງລວມ ທີ່ຈະຊ່ວຍບັນດາປະເທດໃນພາກພື້ນນີ້ ປະ​ເຊີນ​ກັບ​ສະພາບ​ຄວາມ​ເປັນ​ຈິງ​​ຂອງ​ເສ​ດຖະກິ​ດ​ໂລກ​ທີ່​ມີ ການຂະຫຍາຍຕົວທີ່ຊັກຊ້າກ່ວາ​ເກົ່າຄື: ການເຊື່ອມໂຍງ ເສດຖະກິດ ພາກ​ພື້ນທີ່ເລິກເຊິ່ງກ່ວາເກົ່າ ແລະ ການຫັນປ່ຽນ​ຢ່າງ​ໃຫຍ່​ຫຼວງ​ໄປສູ່​ການນໍາ ໃຊ້ເຕັກໂນໂລຊີທີ່ ເປັນມິດກັບ ສິ່ງແວດລ້ອມ ແລະ ພະລັງງານທີ່ມີປະສິດທິພາບ.

ທ່ານ ອີວາຍໂລ ອິດສວໍຣສກີ, ຫົວໜ້າຝ່າຍເສດຖະກິດ​ ​ແລະ ນັກຂຽນນຳ​ຂອງບົດລາຍງານ​ ໄດ້ກ່າວວ່າ: “ຕະຫຼາດສໍາລັບສິນຄ້າ ແລະ ການບໍລິການ​ໃນພາກ​ພື້ນ ຈະ​ສ້າງ​ໂອກາດຫຼາຍຂື້ນສໍາລັບ ການ ຂະຫຍາຍ ຕົວ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ການເຊື່ອມໂຍງທີ່​ແໜ້ນ​ແຟ້ນກ່ວາເກົ່າ ຈະ ສົ່ງ​ເສີມການຄ້າລະຫວ່າງ ອຸດສາຫະກໍາດຽວ​ກັນພາຍ​ໃນເຄືອຂ່າຍການຜະລິດ​ໃນ​ພາກ​ພື້ນ ແລະ ໂລກ, ກະຕຸກຊຸກຍູ້ການ​ເຊື່ອມ​ໂຍງ ຂອງ ເສດຖະກິດຕ່າງໆ, ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມ​ການແຂ່ງຂັນໃນລະດັບສາກົນ”.

ການໃຫ້ຄວາມສໍາຄັນກັບສອງບັນຫາຄູ່ກັນ ຄື ການປ່ຽນແປງດິນຟ້າອາກາດ ແລະ ຄວາມ​ໝັ້ນຄົງ​ທາງພະລັງງານ ຈະຊ່ວຍບັນ​ດດຕົວເມືອງທີ່​ມີ​ການຂະຫຍາຍຕົວໄວ ເປັນ​ບ່ອນ ທີ່ໜ້າຢູ່ກ່ວາເກົ່າ.

ທ່ານ ອິດສວໍຣສກີ ຍັງກ່າວຕື່ມວ່າ “ພາກ​ພື້ນນີ້ ມີຄວາມອາດສາມາດສູງຫຼາຍ ເພື່ອກ້າວຢ່າງວ່ອງໄວໄປສູ່ ພົມແດນ ແຫ່ງ ການນໍາໃຊ້ເຕັກໂນໂລຊີທີ່ເປັນມິດຕໍ່ສິ່ງແວດລ້ອມ. ສິ່ງນີ້ບໍ່ພຽງແຕ່ຈະຍົກສູງລະດັບການ ດໍາລົງຊີວິດ ແລະ ການ​ກາຍ​ເປັນ​ຕົວ​ເມືອງ​ໃນ​ພາກ​ພື້ນ​ທີ່​ມີຄວາມຍືນຍົງ ເທົ່ານັ້ນ,  ມັນຍັງຈະເຮັດໃຫ້ ພາກ​ພື້ນນີ້ ໄດ້ປຽບໃນ ຂະແໜງອຸດສະຫະກໍາທີ່ຈະ​ມີການຂະຫາຍຕົວຂອງ ເສດຖະກິດ ໂລກນໍາອີກດ້ວຍ”.

ນັກຂ່າວ ກະລຸນາຕິດຕໍ່
ທີ່ Washington DC
Elisabeth Mealey
​ໂທລະ​ສັບ: +1 (202) 458-4475
emealey@worldbank.org


ເລກທີ ບົດອອກຂ່າວ:
2010/339/EAP/ENG

Api
Api

Welcome